ກຳລັງກອງທັບ ແລະ ຕຳຫຼວດ ຫວຽດນາມ ໄດ້ສຳເລັດໜ້າທີ່ກູ້ໄພກູ້ຊີບໃນເຫດແຜ່ນດິນໄຫວຢູ່ ມຽນມາ
(VOVWORLD) - ຕອນບ່າຍວັນທີ 08 ເມສາ, ຄະນະກູ້ຊີບກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດໄລຍະເວລາເກືອບ 10 ມື້ທີ່ປະຕິບັດໜ້າທີ່ກູ້ໄພກູ້ຊີບສາກົນໃນເຫດແຜ່ນດິນໄຫວຢູ່ ມຽນມາ.
ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ບັນດານາງພະຍາບານ ມຽນມາ (ພາບ: ສະມາຊິກໃນຄະນະສະໜອງໃຫ້) |
ໂດຍເລີ່ມເຂົ້າຮ່ວມການກູ້ໄພກູ້ຊີບແຕ່ວັນທີ 31 ມີນາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍກຳລັງຊອກຫາຜູ້ປະສົບເຄາະຮ້າຍຢູ່ 3 ຈຸດ, ລວມມີ: ເຂດອາພາດເມັ້ນ Bala Tidi, ໂຮງໝໍ Ottara Thiri ແລະ ໂຮງແຮມ Aye Chan Thar, ຢູ່ນະຄອນຫຼວງ Naypyitaw, ຄົ້ນພົບຜູ້ປະສົບເຄາະຮ້າຍ 32 ຄົນທີ່ຕິດຄ້າງໃນຊາກຫັກພັງ; ຈັດຕັ້ງການຊອກຫາໂດຍກົງຢູ່ 20 ຈຸດ, ມອບຮັບຊາກສົບ 21 ຄົນໃຫ້ແກ່ທ້ອງຖິ່ນ ແລະ ຄອບຄົວ. ພິເສດ, ຄະນະໄດ້ສົມທົບກັບກຳລັງກູ້ໄພກູ້ຊີບຂອງ ມຽນມາ ແລະ ຕວັກກີ ກູ້ເອົາຊີວິດຂອງຊາຍໜຸ່ມອາຍຸ 26 ປີ ທີ່ຖືກຕິດຄ້າງໃນຊາກຫັກພັງເປັນເວລາ 05 ວັນ; ຈັດກິດຈະກຳກວດສຸຂະພາບ ແລະ ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນທ້ອງຖິ່ນກວ່າ 200 ເທື່ອຄົນ.
ໃນຂະນະນັ້ນ, ຄະນະປະຕິບັດໜ້າທີ່ກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ກູ້ເອົາຜູ້ປະສົບເຄາະຮ້າຍ 07 ຄົນ ອອກຈາກຊາກຫັກພັງໃນເຫດແຜ່ນດິນໄຫວໂດຍກົງ; ສົມທົບກັບບັນດາທິມງານກູ້ໄພກູ້ຊີບຂອງ ມຽນມາ, ຟີລິບປິນ, ອິນໂດເນເຊຍ, ສິງກະໂປ ຊ່ວຍກູ້ເອົາຊີວິດຜູ້ປະສົບເຄາະຮ້າຍອື່ນ 07 ຄົນ. ຄະນະກໍໄດ້ກວດສຸຂະພາບ, ແຈກຢາຍຢຸກຢາໃຫ້ຜູ້ປະສົບເຄາະຮ້າຍກວ່າ 50 ຄົນ; ຕັ້ງຕູບ 2 ຫຼັງເປັນບ່ອນພັກຊົ່ວຄາວໃຫ້ຜູ້ປະສົບເຄາະຮ້າຍຖືກສູນເສຍເຮືອນຊານ; ສີດຢາຂ້າເຊື້ອ, ຕ້ານຍຸງໃນເນື້ອທີ 5.000 ຕາແມັດ; ຈັດຕັ້ງສຳເລັດ 5 ກິດຈະກຳຂົນຂວາຍປະຊາຊົນ, ແບ່ງປັນ, ຊ່ວຍເຫຼືອເງິນໃຫ້ 6 ຄອບຄົວຜູ້ປະສົບເຄາະຮ້າຍທີ່ມີຄົນເສຍຊີວິດ.