(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດຮັກສາ ແລະ ເພີ່ມທະວີການລົງທຶນເຂົ້າບັນດາໂຄງການທີ່ພວມຜັນຂະຫຍາຍ, ພ້ອມກັນນັ້ນ ເປີດກວ້າງອອກສູ່ຂົງເຂດອື່ນ
(ທີ່ການຕ້ອນຮັບ) |
ຕອນເຊົ້າວັນທີ 18 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບທ່ານ Jeffrey Perlman, ອຳນວຍການໃຫຍ່ຝ່າຍບໍລິຫານກຸມບໍລິສັດ Warburg Pincus, ທັງເປັນປະທານສະພາດຳເນີນທຸລະກິດ ອາຊຽນ - ອາເມລິກາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດຮັກສາ ແລະ ເພີ່ມທະວີການລົງທຶນເຂົ້າບັນດາໂຄງການທີ່ພວມຜັນຂະຫຍາຍ, ພ້ອມກັນນັ້ນ ເປີດກວ້າງອອກສູ່ຂົງເຂດອື່ນທີ່ບັນດາວິສະຫະກິດ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຊີສູງ, ພະລັງງານໃໝ່, ພື້ນຖານໂຄງລ່າງດ້ານເຕັກນິກ. ທ່ານກໍ່ຂອບໃຈກຸ່ມບໍລິສັດ ແລະ ບັນດາວິສາຫະກິດ ອາເມລິກາ ໄດ້ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ໃນການແກ້ໄຂບັນຫາພາສີອາກອນລະຫວ່າງ 2 ປະເທດ; ພ້ອມກັນນັ້ນ ສະເໜີໃຫ້ທ່ານ Jeffrey Perlman ແລະ ບັນດາວິສາຫະກິດ ອາເມລິກາ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ສືບຕໍ່ສະໜັບສະໜູນ, ມີສຽງເວົ້າເພື່ອການເຈລະຈາ 2 ຝ່າຍບັນລຸປະສິດທິຜົນໂດຍໄວ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ 2 ປະເທດ.
ສ່ວນທ່ານ Jeffrey Perlman ຢືນຢັນວ່າ, ກຸ່ມບໍລິສັດ Warburg Pincus ຈະສືບຕໍ່ໜູນຊ່ວຍ, ໃຫ້ຄຳປຶກສາແກ່ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກ່ຽວກັບມາດຕະການພາສີອາກອນ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ 2 ປະເທດ, ເພື່ອການພັດທະນາໃຫ້ມີສະຖຽນລະພາບ, ຍືນຍົງ ແລະ ມີປະສິດທິຜົນຂອງການພົວພັນ ຫວຽດນາມ - ອາເມລິກາ.