ຄວາມຄືບໜ້າໃນການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ

(VOVWORLD) -ຈີນ ໄດ້ໃຫ້ຄໍາໝັ້ນສັນຍາ ຊື້ຜະລິດຕະພັນກະເສດ, ສິນຄ້າປະເພດພະລັງງານ ກໍຄື ສິນຄ້າຫຼາຍປະເພດ ໂດຍ ອາເມລິກາ ຜະລິດ ດ້ວຍປະລິມານໃຫຍ່.

  ພາຍຫຼັງການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ສິ້ນສຸດລົງ ຢູ່ປັກກິງ, ວັນທີ 9 ມັງກອນ, ຫ້ອງການຕາງໜ້າການຄ້າ ອາເມລິກາ (USTR) ໃຫ້ຮູ້ວ່່າ: ຈີນ ໄດ້ໃຫ້ຄໍາໝັ້ນສັນຍາ ຊື້ຜະລິດຕະພັນກະເສດ, ສິນຄ້າປະເພດພະລັງງານ ກໍຄື ສິນຄ້າຫຼາຍປະເພດ ໂດຍ ອາເມລິກາ ຜະລິດ ດ້ວຍປະລິມານໃຫຍ່. ໃນຖະແຫຼງການກ່ຽວກັບໝາກຜົນຂອງການເຈລະຈາຫວ່າງມໍ່ໆມານີ້, ຫ້ອງການຕາງໜ້າການຄ້າອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບ “ບັນດາວິທີການແກ້ໄຂເພື່ອໃຫ້ມີຄວາມຍຸຕິທໍາ, ຕ່າງຝ່າຍຕ່າງມີຜົນປະໂຫຍດແລະ ດຸ່ນດ່ຽງໃນການພົວພັນດ້ານການຄ້າລະຫວ່າງສອງປະເທດ”. ຕາມ ຫ້ອງການຕາງໜ້າການຄ້າ ອາເມລິກາ ແລ້ວ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາ ທີ່ກ່ຽວຂ້ອງເຖິງການປົກປ້ອງຊັບສິນທາງປັນຍາ ກໍຄື ຄວາມຈໍາເປັນຕ້ອງມີຂໍ້ຕົກລົງ ເພື່ອແກ້ໄຂຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.


 

ຕອບກັບ

ຂ່າວ/ບົດ​ອື່ນ