ຄະນະກຳມະການສິດທິມະນູດ ສປຊ ຮຽກຮ້ອງໃຫ້ ຊີຣີ ປະຕິບັດກົດໝາຍສາກົນ
ຂ້າຫຼວງໃຫຍ່ສະຫະປະຊາຊາດ ກ່ຽວກັບສິດທິມະນຸດ Navi Pillay
(vovworld) - ວັນທີ 28/7, ຂ້າຫຼວງໃຫຍ່ສະຫະປະຊາຊາດ ກ່ຽວກັບສິດທິມະນຸດ Navi Pillay ໄດ້ຊຸກຍູ້ລັດຖະບານ ຊີຣີ ແລະ ບັນດາຝ່າຍປະກອບອາວຸດຝ່າຍຄ້ານຈົ່ງປະຕິບັດບັນດາພາລະໜ້າທີ່ຂອງ ກົດໝາຍສາກົນ ແລະ ປົກປ້ອງສາມັນຊົນ ຢ່າງເຂັ້ມງວດ. ທ່ານນາງ Pillay ສະແດງຄວາມວິຕົກກັງວົນກ່ຽວກັບການໃຊ້ຄວາມຮຸນແຮງ ແລະ ການປະທະກັນພວມປິນຂັ້ນໄດ ທີ່ນາບຂູ່ໂດຍກົງເຖິງ ຊີວິດຂອງປະຊາຊົນປະເທດຕາເວັນອອກກາງນີ້. ສະຫະປະຊາຊາດ ຮຽກຮ້ອງໃຫ້ທຸກໆຝ່າຍຢູ່ປະເທດນີ້ ຈົ່ງຢຸດຕິທຸກໆການກະທຳໃຊ້ຄວາມຮຸ້ນແຮງ, ຫຼີກລ້ຽງການກໍຄວາມເຈັບປວດ ແລະ ສູນເສຍໃຫ້ແກ່ປະຊາຊົນໃນທັນທີ. ຄຳຮຽກຮ້ອງຂອງທ່ານນາງ Pillay ຍົກອອກມາ ໃນສະພາບການສາກົນພວມມີຄວາມວິຕົກກັງວົນກ່ຽວກັບການປະທະກັນຄັ້ງໃໝ່ ລະຫວ່າງກອງທັບລັດຖະບານ ແລະ ຝ່າຍລຸກຮື້ຂຶ້ນ ໃກ້ຈະເກີດຂຶ້ນຢູ່ ນະຄອນ ອາແລບໂປ. ທ່ານນາງ Pillay ໃຫ້ຮູ້ວ່າ: ຄະນະກຳມະການສິດທິມະນຸດສະຫະປະຊາຊາດ ຈະສືບຕໍ່ຕິດຕາມກວດກາຢ່າງໃກ້ຊິດບັນດາການຜັນແປຢູ່ນະຄອນ ອາແລບໂປ ເພື່ອຊ່ວຍເຫຼືອປະຊາຊົນ ຊີຣີ ຢ່າງທັນການ.