ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລື ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

(VOVWORLD) -ໂດຍສືບຕໍ່ກອງປະຊຸມຄັ້ງທີ 23, ໃນຕອນເຊົ້າວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໃຫ້ຄຳເຫັນກ່ຽວກັບການຮັບເອົາຄຳເຫັນປະກອບ, ປັບປຸງຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)
ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລື ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ) - ảnh 1ກອງປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດຫວຽດນາມ 

ຜ່ານການປຶກສາຫາລື ຍັງມີຄຳເຫັນແຕກຕ່າງກັນກ່ຽວກັບສິດອຳນາດຄວບຄຸມຊັບສິນ, ລາຍຮັບ, ກ່ຽວກັບເປົ້າໝາຍແຈ້ງຊັບສົມບັດ, ລາຍຮັບ.

    ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ້າຕິ ຖືວ່າ : ຄວນມີມາດຖານເພື່ອຢັ້ງຢືນລາຍຮັບທີ່ຖືກຕ້ອງຕາມກົດໝາຍ, ຈາກນັ້ນ ສາມາດເຫັນໄດ້ເຖິງຊັບສົມບັດທີ່ໄດ້ຈາກ ການສໍ້ລາດບັງຫຼວງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ້າຕິ ກ່າວວ່າ : 

   “ ທາງດ້ານນິຕິທຳ, ແມ່ນບໍ່ອາດຖືຊັບສິນທີ່ບໍ່ສາມາດອະທິບາຍຢ່າງເໝາະສົມກ່ຽວກັບຕົ້ນກຳເນີດ ແມ່ນຊັບສົມບັດທີ່ໄດ້ຈາກ ການສໍ້ລາດບັງຫຼວງເພື່ອຢຶດເອົາດ້ວຍມາດຕະການທາງອາຍາຕາມທິດພິຈາລະນາແມ່ນມີການກະທຳຜິດ. ດ້ານອື່ນ  ຖ້າຫາກຖືນັ້ນ ແມ່ນຊັບສິນຂອງລັດເພື່ອກຳນົດກຳມະສິດແຫ່ງລັດຕາມລະບຽບການດຳເນີນຄະດີແພ່ງ, ກ່ຽວກັບການແກ້ໄຂການຂັດແຍ້ງດ້ານກຳມະສິດ ແມ່ນບໍ່ສອດຄ່ອງກັບລະບຽບການຂອງປະມວນກົດໝາຍແພ່ງ. ພິເສດ ນີ້ເປັນຄັ້ງທຳອິດທີ່ພວກເຮົາຕັ້ງບັນຫາແກ້ໄຂດ້ານຊັບສິນນັ້ນ, ເພື່ອແນໃສ່ຕ້ານການສໍ້ລາດບັງຫຼວງ, ດັ່ງນັ້ນ ຂ້າພະເຈົ້າ ສະເໜີວ່າ ຄວນມີບາດກ້າວເດີນລະອຽດ. ເພື່ອເຮັດໄດ້ສິ່ງນີ້ເປັນຢ່າງດີ ກໍຄວນມີກົນໄກຄຸ້ມຄອງ, ຄວບຄຸມລາຍຮັບເປັນຢ່າງດີ”

ຕອບກັບ

ຂ່າວ/ບົດ​ອື່ນ