ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ” ຢູ່ແຂວງ ຮ່ານາມ

(VOVWORLD) -  ງານວາງສະແດງໄດ້ຮັບການຈັດຕັ້ງເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ແລະ ພະຍານຫຼັກຖານນິຕິທຳ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.
ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ” ຢູ່ແຂວງ ຮ່ານາມ - ảnh 1ງານວາງສະແດງທີ່ ຮ່ານາມ 

ວັນທີ 11 ກັນຍາ, ຢູ່ຄ້າຍຄຸມຂັງ ນາມຮ່າ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຮ່ານາມ ແລະ ຄ້າຍຄຸມຂັງ ນາມຮ່າ (ຂຶ້ນກັບກະຊວງຕຳຫຼວດ) ໄດ້ຈັດຕັ້ງງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ງານວາງສະແດງໄດ້ຮັບການຈັດຕັ້ງເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ແລະ ພະຍານຫຼັກຖານນິຕິທຳ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

        ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ແມ່ນຊຸດສະສົມຮູບພາບ, ເອກະສານ, ຟິມຮູບເງົາ ເອກະສານ 200 ຢ່າງ. ງານວາງສະແດງມີ 4 ເນື້ອໃນ: ບັນດາເອກະສານໂດຍສະໄໝສັກດີນາ ຫວຽດນາມ ປະກາດໃຊ້ໃນສະຕະວັດທີ 17 ຫາ 20; ຊຸດແຜນທີ່ສະສົມ, Atlat ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ 2 ແຫ່ງ ຮ່ວາງຊາ ແລະ ເຈື່ອງຊາ; ບັນດາຮູບພາບ ກ່ຽວກັບຊີວິດການເປັນຢູ່ ຂອງບັນດານັກຮົບ ແລະ ປະຊາຊົນໃນໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ; ບາງຮູບພາບກ່ຽວກັບການເຄື່ອນໄຫວພົ້ນເດັ່ນຂອງອົງຄະນະພັກ ແລະ ອຳນາດການປົກຄອງປະຊາຊົນແຂວງ ຮ່ານາມ ກັບເຂດໝູ່ເກາະ, ທະເລແຫ່ງບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ