ຊຸກຍູ້ການພົບປະແລກປ່ຽນ, ແບ່ງປັນລະຫວ່າງນັກຮົບເກົ່າຫວຽດນາມ - ທະຫານຜ່ານເສິກອາເມລິກາ

(VOVWORLD) -ຕອນບ່າຍວັນທີ 6 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມຫວຽດນາມ - ອາເມລິກາສັງກັດສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້"ບົດຮຽນຈາກອະດີດຕະການ, ສ້າງອານະຄົດທີ່ດີງາມກວ່າ".
ຊຸກຍູ້ການພົບປະແລກປ່ຽນ, ແບ່ງປັນລະຫວ່າງນັກຮົບເກົ່າຫວຽດນາມ - ທະຫານຜ່ານເສິກອາເມລິກາ - ảnh 1 (ພາບປະກອບ: TTXVN)

ທີ່ການໂອ້ລົມສົນທະນາ, ນັກຮົບເກົ່າສອງປະເທດ ຫວຽດນາມ - ອາເມລິກາໄດ້ແລກປ່ຽນ, ແບ່ງປັນກ່ຽວກັບບັນດາຄວາມສູນເສຍ, ຄວາມເຈັບປວດຍ້ອນສົງຄາມກໍ່ຂຶ້ນໃນອະດີດຕະການ, ພ້ອມກັນສະແດງຄວາມປາດຖະໜາຢາກມີອານະຄົດທີ່ດີງາມກວ່າ ດ້ວຍການພັດທະນາຢ່າງແຮງຂອງການພົວພັນຫວຽດນາມແລະອາເມລິກາ. ໃນໄລຍະຈະມາເຖິງ, ນັກຮົບເກົ່າສອງປະເທດຈະສືບຕໍ່ຮ່ວມເດີນທາງໃນການສະໜັບສະໜູນດ້ານມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮ່ວມເພື່ືພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ