ຕ້ອງ​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ logistics ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ

(VOVWORLD) -  ຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ສູນສື່ສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ - ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ສົມທົບກັບໜັງສືພິມ ຢາວທົງ, ສະຫະສະມາຄົມ logistics  ຫວຽດນາມ VLA ແລະ ບັນດາຫົວໜ່ວຍຮ່ວມກັນຈັດກອງປະຊຸມສໍາມະນາ “ບົດບາດຂອງການຂົນຂວາຍສີຂຽວ - Green Logistics ໃນທ່າອ່ຽງສາກົນທັນສະໄໝເຕີບໂຕສີຂຽວ, ພັດທະນາແບບຍືນຍົງ ມຸ່ງໄປເຖິງ NETZERO – 2050”.
ຕ້ອງ​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ logistics ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ - ảnh 1(ພາບປະກອບ: VOV)

 ບັນດາຜູ້ແທນ, ນັກປະຖະກະຖາ, ນັກຊ່ຽວຊານ, ອົງການຄຸ້ມຄອງລັດ, ບັນດາວິສາຫະກິດໃນຂົງເຂດການຂົນສົ່ງ, ແລກປ່ຽນ, ສະເໜີກອບນິຕິກຳ; ມາດຕະການ, ກຳນົດທິດລະອຽດກ່ຽວກັບການຫັນເປັນສີຂຽວ, ພັດທະນາແບບຍືນຍົງໃນຂະແໜງການຂົນສົ່ງເວົ້າລວມ ແລະ ຂົງເຂດ logistics ຫວຽດນາມ ເວົ້າສະເພາະ. ທ່ານ ບຸ້ຍວັນກຸຍ, ປະທານ ສະຫະສະມາຄົມທ່າກ່ຳປັ່ນ ອາຊຽນ, ຮອງປະທານສະຫະສະມາຄົມທ່າກ່ຳປັ່ນທະເລ ຫວຽດນາມ, ໃຫ້ຮູ້ວ່າ: ເພື່ອປະຕິບັດໂຄງການຂົນສົ່ງສີຂຽວ, ຕ້ອງມີບັນດາປັດໄຈກ່ຽວກັບກົນໄກ, ພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ.

        “ພວກເຮົາຕ້ອງໜູນຊ່ວຍດ້ານການເງິນທຸກດ້ານ. ລັດຖະບານ ແລະ ບັນດາອົງການແຫ່ງລັດ ໄດ້ມີບັນດານະໂຍບາຍໜູນຊ່ວຍ ສົ່ງເສີມບັນດາວິສາຫະກິດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ບັນດາວິສາຫະກິດລົງທຶນຄືນໃໝ່ ທີ່ນຳໃຊ້ແຫຼ່ງທຶນເປັນຈໍານວນຫຼາຍເພື່ອລົງທຶນເຂົ້າຂົງເຂດຂົນສົ່ງສີຂຽວ.”


ຕອບກັບ

ຂ່າວ/ບົດ​ອື່ນ