(vovworld) – ຕອນບ່າຍວັນທີ 16/11, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີງ, ເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນກັບພໍ່ແມ່ປະຊາຊົນເຂດຊຸມຊົນເລກທີ 3, 4A, 4B ຖະໜົນ ຫຼີ໋ນາມເດ໋, ຕາແສງ ເກື໋ອດົງ, ເມືອງຮ່ວານກ໋ຽມ, ຮ່າໂນ້ຍ. ໂດຍປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ”, ໃນປີ 2014, 3 ເຂດຊຸມຊົນດັ່ງກ່າວໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະຕິບັດແນວທາງຂອງພັກ, ກົດໝາຍຂອງລັດ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ. ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນຢູ່ທີ່ນີ້, ທ່ານ ຫວູວັນນີງ ຫວັງວ່າ: ພໍ່ແມ່ປະຊາຊົນເສີມຂະຫຍາຍບັນດາຜົງານທີ່ບັນລຸໄດ້ໃນປີ 2014, ສືບຕໍ່ເພີ່ມທະວີຄວາມສາມັກຄີ, ກໍ່ສ້າງເຂດຊຸມຊົນໝັ້ນຄົງເຂັ້ມແຂງ, ກ່ຽວກັບຄວາມໝັ້ນຄົງດ້ານການເມືອງ, ຄວາມລະບຽບຮຽບຮ້ອຍທາງສັງຄົມ, ສາມັກຄີ, ຊ່ວຍເຫຼືອກັນໃນຊີວິດ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ:
“ຜ່ານນີ້ພວກຂ້າພະເຈົ້າກໍ່ຮ່ຳຮຽນເອົາບົດຮຽນໄດ້ຫຼາຍຢ່າງເພື່ອໃຫ້ຄອບຄົວ ແລະ ຕົນເອງພະຍາຍາມສູ້ຊົນທັງເຮັດວຽກບ້ານການເຮືອນເປັນຢ່າງດີ. ຂ້າພະເຈົ້າຫວັງວ່າ, ດ້ວຍມູນເຊື້ອ ແລະ ຜົນງານທີ່ບັນລຸໄດ້ນັ້ນ, ປະຊາຊົນແຕ່ລະຄົນຢູ່ເຂດຊຸມຊົນສືບຕໍ່ສາມັກຄີກັນຮ່ວມແຮງຮ່ວມໃຈ, ພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖີ່ນສືບຕໍ່ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມຂອງຕາແສງ, ເມືອງ, ນະຄອນ, ຮັບປະກັນປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຊີວິດສັງຄົມເປັນຢ່າງດີ”
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ທີ່ໄດ້ມານະພະຍາຍາມບື່ນຕົວຂຶ້ນໃນຊີວິດການເປັນຢູ່ຢູ່ 3 ເຂດຊຸມຊົນດັ່ງກ່າວ.