ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ນິວເຊີແລນ Christopher Luxon
(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ: ຫວຽດນາມ ແລະນິວເຊີແລນ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມື ແລະສົມທົບກັນຢ່າງແຫນ້ນແຟ້ນໃນບັນດາຂອບເຂດການຄ້າ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ນິວເຊີແລນ Christopher Luxon. (ພາບ: VOV) |
ຕອນເຊົ້າວັນທີ 10 ເມສາ ຕາມການສະເຫນີຂອງຝ່າຍ ນິວເຊີແລນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ນິວເຊີແລນ Christopher Luxon ເພື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະບັນດາບັນຫາພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ: ຫວຽດນາມ ແລະນິວເຊີແລນ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມື ແລະສົມທົບກັນຢ່າງແຫນ້ນແຟ້ນໃນບັນດາຂອບເຂດການຄ້າ ຊື່ງສອງປະເທດ ປະຈຸບັນ ແມ່ນສະມາຊິກ, ເພີ່ມທະວີການຮ່ວມມືດ້ານການຄ້າ - ການລົງທຶນສອງຝ່າຍ ບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ; ສືບຕໍ່ຫັນບັນດາປະເພດສິນຄ້າສົ່ງອອກ -ນຳເຂົ້າຂອງສອງຝ່າຍໃຫ້ເປັນຫລາຍຮູບແບບ, ມຸ່ງໄປເຖິງວົງເງິນການຄ້າ 3 ຕື້ USD ໃນປີ 2026.
ສ່ວນທ່ານນາຍົກລັດຖະມົນຕີ Christopher Luxon ເນັ້ນຫນັກວ່າ: ຫວຽດນາມ ແລະ ນິວເຊີແລນ ມີຜົນປະໂຫຍດຮ່ວມໃນການຮັບປະກັນລະບົບການຄ້າສາກົນ, ແຫລ່ງສະຫນອງບໍ່ຖືກຕັດຕອນ, ຮັບປະກັນການເຕີບໂຕເປັນປົກກະຕິຂອງແຕ່ລະປະເທດກໍ່ຄືໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ Christopher Luxon ເຫັນດີ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ທັງທາງສອງຝ່າຍ ແລະ ບັນດາຂອບເຂດການຮ່ວມມືຫລາຍຝ່າຍໃນໄລຍະຈະມາເຖິງ.