ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ

(VOVWORLD) - ຄະນະປະຕິບັດງານຈະສືບຕໍ່ເສີມຂະຫຍາຍຜົນງານໃນວຽກງານທີ່ບັນລຸໄດ້, ປະຕິບັດໜ້າທີ່ແນະນຳ, ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນໃຫ້ດີກ່ວາອີກ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ

ກ່າວຄຳເຫັນທີ່ການພົບປະກັບພະນັກງານ, ພາລະກອນຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ, ຢູ່ ນິວຢອກ, ວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ຄະນະປະຕິບັດງານຈະສືບຕໍ່ເສີມຂະຫຍາຍຜົນງານໃນວຽກງານທີ່ບັນລຸໄດ້, ປະຕິບັດໜ້າທີ່ແນະນຳ, ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນໃຫ້ດີກ່ວາອີກ. ໄປຄຽງຄູ່ກັບໜ້າທີ່ປະຈຳການທີ່ສປຊ, ຄະນະຄວນເອົາໃຈໃສ່ເຖິງໜ້າທີ່ສົ່ງເສີມການຮ່ວມມື ເສດຖະກິດ - ສັງຄົມ, ວັດທະນະທຳ, ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອາເມລິກາ, ຮັກສາ ແລະ ສູ້ຊົນນຳອົງການນີ້ໃຫ້ນັບມື້ນັບບັນລຸຜົນງານຫຼາຍກ່ວາອີກ, ປະກອບສ່ວນຫຼາຍກ່ວາເຂົ້າໃນການປະຕິບັດໜ້າທີ່ພົວພັນຕ່າງປະເທດຂອງປະເທດຊາດ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບ ນັກທຸລະກິດ, ນັກປັນຍາຊົນເຊື້ອຊາດ ຫວຽດນາມ ຢູ່ ອາເມລິກາ ບາງຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ