ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ຊຽນ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຈີນ

(VOVWORLD)-   ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ຈີນ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມມືກັນສ້າງອະນາຄົດ”.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ຊຽນ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການໂອ້ລົມສົນທະນາກັບວິສາຫະກິດ (ພາບ: VOV)

ໃນການໂອ້ລົມສົນທະນາ, ເມື່ອເນັ້ນໜັກເຖິງການກຳນົດທິດດຶງດູດການລົງທຶນຕ່າງປະເທດ, ໃນນັ້ນ ມີການລົງທຶນທີ່ມີຄຸນນະພາບສູງຈາກ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາ: ຮັບປະກັນຂົງເຂດເສດຖະກິດທີ່ມີເງິນລົງທຶນຕ່າງປະເທດ ແມ່ນພາກສ່ວນສຳຄັນຂອງເສດຖະກິດ ຫວຽດນາມ; ຮັບປະກັນບັນດາສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງບັນດານັກລົງທຶນ; ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມສະຫງົບປອດໄພໃນສັງຄົມ; ຮັກສາສະຖຽນລະພາບດ້ານນະໂຍບາຍ, ປົວແປງສະພາບແວດລ້ອມດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງເພື່ອໃຫ້ບັນດານັກລົງທຶນມີຄວາມອຸ່ນອ່ຽນໃຈດຳເນີນທຸລະກິດ, ເຄື່ອນໄຫວຍາວນານຢູ່ ຫວຽດນາມ; ສ້າງພື້ນຖານໂຄງລ່າງລຸລ່ວງ; ກົນໄກປອດໂປ່ງ; ການຄຸ້ມຄອງອັດສະລິຍະ; ພ້ອມດຽວກັນນັ້ນ ວິສາຫະກິດ ກັບລັດ ແລະ ປະຊາຊົນ ພ້ອມກັນຮັບຟັງ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ; ພ້ອມກັນແບ່ງປັນວິໄສທັດ ແລະ ການກະທຳເພື່ອຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ພ້ອມກັນເຮັດ, ພ້ອມກັນມີໄຊ, ພ້ອມກັນຊົມໃຊ້, ພ້ອມກັນພັດທະນາ; ພ້ອມກັນແບ່ງປັນຄວາມມ່ວນຊື່ນ, ຄວາມສຸກ ແລະ ຄວາມເອກອ້າງທະນົງໃຈ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼີ​ຊຽນ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຈີນ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)

        ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຊີ້ແຈ້ງ 3 ເນື້ອໃນຈຸດສຸມ, ນັ້ນແມ່ນ: ສືບຕໍ່ເຊື່ອມຕໍ່ຍຸດທະສາດພັດທະນາລະຫວ່າງສອງປະເທດ, ເອົາໃຈໃສ່ເຖິງການເຊື່ອມຕໍ່ກັນຢ່າງລຸລ່ວງລະຫວ່າງສອງປະເທດ. ຕາມນັ້ນແລ້ວ, ປັດຈຸບັນ, ສອງປະເທດພວມຕັ້ງໜ້າຜັນຂະຫຍາຍການວາງແຜນຜັງເຊື່ອມຕໍ່ ຂໍ້ລິເລີ່ມ “ສອງແລວ, ໜຶ່ງເສັ້ນທາງເສດຖະກິດ”; ຕັ້ງໜ້າເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທາງບົກ, ທາງລົດໄຟ, ດ່ານຊາຍແດນ, ທ່າກ່ຳປັ່ນ, ການບິນ; ຊຸກຍູ້ການໄປມາ, ພົວພັນແລກປ່ຽນປະຊາຊົນ; ຮ່ວມມືກັນຈັດຕັ້ງປະຕິບັດນະໂຍບາຍອຸດສາຫະກຳ. ທ່ານນາຍົກລັດຖະມົນຕີ ຫຼີຊຽນ ກໍໄດ້ຍົກອອກຄວາມປາດຖະໜາ 3 ປະການ, ຄື: ເອົາໃຈໃສ່ເຖິງບັນດານະໂຍບາຍໃຫຍ່ທີ່ສຳຄັນໃຫຍ່, ເປັນເຈົ້າການກວ່າເພື່ອເຊື່ອມໂຍງການພັດທະນາປະເທດຊາດ, ບັນດາການເຊື່ອມຕໍ່ຍຸດທະສາດ; ໝູນໃຊ້ບັນດາຂໍ້ຕົກລົງສອງຝ່າຍ ແລະ ຫຼາຍຝ່າຍໃຫ້ເປັນຢ່າງດີ; ລະດົມບັນດາແຫຼ່ງກຳລັງ; ຊຸກຍູ້ການພັດທະນາຢ່າງກົມກຽວລະຫວ່າງບັນດາຂະແໜງອາຊີບອຸດສາຫະກຳ; ຊອກຫາບັນດາຄູ່ຮ່ວມມືໃນລະບົບມູນຄ່າ. ຈີນ ສົ່ງເສີມບັນດາວິສາຫະກິດ ຈີນ ເຊື່ອມຕໍ່ກັບວິສາຫະກິດ ຫວຽດນາມ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ