ການເຄື່ອນໄຫວຂອງຜູ້ອາຍຸສູງຫວຽດນາມ
ພາບປະກອບ: internet
|
(vovword) - ເບິ່ງແຍງດູແລໃຫ້ແກ່ຜູ້ອາຍຸສູງ ແມ່ນການປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແຕ່ສິ່ງສຳຄັນກວ່າແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ ແລະ ລະບອບ. ນີ້ແມ່ນການຊີ້ນຳຂອງທ່ານປະທານປະເທດຫວຽດນາມ Truong Tan Sang ເມື່ອລົງຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຜູ້ອາຍຸສູງ ຫວຽດນາມ ໃນຕອນບ່າຍວັນທີ 2/7. ທ່ານນາງ Cu Thi Hau ປະທານສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ລາຍງານໃຫ້ທ່ານປະທານປະເທດ ຊາບ ບາງຈຸດກ່ຽວກັບການເຄື່ອນໄຫວຂອງສະມາຄົມ. ທ່ານປະທານປະເທດ Truong Tan Sang ໄດ້ຍ້ອງຍໍສັນລະເສີນບັນດາໝາກຜົນແຫ່ງການເຄື່ອນໄຫວຂອງສະມາຄົມຜູ້ອາຍຸສູງ ຫວຽດນາມ ໃນຕະຫລອດ 17 ປີ ຜ່ານມາ. ທ່ານ ປະທານປະເທດ Truong Tan Sang ໄດ້ເນັ້ນຫນັກວ່າ:
“ວຽກງານເບິ່ງແຍງດູແລໃຫ້ແກ່ຜູ້ອາຍຸສູງແມ່ນໄດ້ຮັບຜົນງານຫລາຍຢ່າງແລ້ວ, ຕ້ອງພະຍາຍາມຮັກສາ ແລະ ເສີມຂະຫຍາຍວຽກງານນີ້ຢ່າງສຸດຂີດ. ໝາກຜົນດັ່ງກ່າວປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ປະກອບສ່ວນຢ່າງຕັ້ງຫນ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃຫມ່ ພ້ອມທັງປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ຕໍ່ລະບອບ.”