ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາ​ດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ເພດ​ຍິງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງ, ພະນັກງານເພດຍິງ ຈົ່ງສືບຕໍ່ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ. 
ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາ​ດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ເພດ​ຍິງ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະກັບສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງ (ພາບ: quochoi.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ ແລະ ວັນແມ່ຍິງ ຫວຽດນາມ (20/10/1930 – 20/10/2024), ຕອນບ່າຍວັນທີ 15 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານງານພົບປະສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງຢູ່ຂັ້ນສູນກາງ, ພະນັກງານເພດຍິງຂັ້ນຫົວໜ້າກົມຂອງຫ້ອງວ່າການສະພາແຫ່ງຊາດ, ສະຖາບັນຄົ້ນຄວ້ານິຕິບັນຍັດ. ກ່າວຄຳເຫັນໃນການພົບປະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງ, ພະນັກງານເພດຍິງ ຈົ່ງສືບຕໍ່ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ໃນນັ້ນ, ສຸມໃສ່ປະກອບຄຳເຫັນເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຕົກລົງຮັບຮອງເອົາຮ່າງກົດໝາຍ, ມະຕິ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍທີ່ນອນໃນສິດອຳນາດແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການພັດທະນາ, ປ່ຽນໃໝ່ຈິນຕະນາການສ້າງກົດໝາຍໃຫ້ທັນການ, ເພີ່ມທະວີການແບ່ງຂັ້ນ, ແບ່ງສິດ; ເສີມຂະຫຍາຍພູມປັນຍາ, ຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ຄວາມເກັ່ງກ້າສາມາດ ແລະ ຈັນຍາບັນໃນລະດັບສູງສຸດ, ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ