ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວຽນຈີ໊ວີ້ງ ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄຫວຟາງເຂືອ

(VOVWORLD) -ຈີນ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ແລະ ຖືວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດໃນຊຸມປີຜ່ານມາ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ

ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດຈີນ ໃນລະຫວ່າງວັນທີ 19 – 22 ກຸມພາ 2019, ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນໂທ ໄຫວຟາງເຂືອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວຽນຈີ໊ວີ້ງ ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄຫວຟາງເຂືອ - ảnh 1 ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນໂທ ໄຫວຟາງເຂືອ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ

        ທີ່ການພົບປະ, ທ່ານພົນໂທ ຫງວຽນຈີ໊ວີ້ງ ຢັ້ງຢືນວ່າ ເປົ້າໝາຍຂອງການຢ້ຽມຢາມ ຈີນ ຂອງທ່ານໃນຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນຜູ້ແທນຂັ້ນສູງລະຫວ່າງສອງກອງທັບ, ສ້າງແຜນການຮ່ວມມືລະຫວ່າງກອງທັບສອງປະເທດ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ ໃນຂົງເຂດເສນາຮັກ, ການບໍາລຸງແຫຼ່ງຊັບພະຍາກອນມະນຸດ, ການກູ້ໄພກູ້ຊີບ, ອຸດສາຫະກໍາປ້ອງກັນຊາດ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ.

        ທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດ ຈີນ ໄຫວຟາງເຂືອ ຢ້ັງຢືນວ່າ ຈີນ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ແລະ ຖືວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດໃນຊຸມປີຜ່ານມາ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ພັດທະນາຕາມທິດຕັ້ງໜ້າ; ບັນດາກົນໄກຮ່ວມມືນັບມື້ນັບໄດ້ຮັບການບູລະນະ ແລະ ແທດຈິງກວ່າເກົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ