Lou Varvas ນັກສຶກສາຊາວຝະລັ່ງ (ເບືື້ອງຂວາ) |
(vovworld)- ເນື່ອງໃນໂອກາດ ບຸນເຕັດປີມະແມ 2015, ຢູ່ຕາມບັນດາມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລໃນບໍລິເວນນະຄອນຫຼວງຮ່າໂນ້ຍ, ມີນັກສຶກສາຕ່າງປະເທດກວ່າ 110 ຄົນບໍ່ໄດ້ກັບເມືອປະເທດ ແລະ ຕ້ອນຮັບບຸນເຕັດປີມະແມຢູ່ຫວຽດນາມ. Lou Varvas ນັກສຶກສາຊາວຝະລັ່ງ ເປີດເຜີຍວ່າ : ບຸນເຕັດຢູ່ຫວຽດນາມມ່ວນຫຼາຍ. ຜ່ານໝູ່ເພື່ອນ ແລະ ຄູອາຈານ, ນ້ອງສາມາດຮູ້ຈັກຫຼາຍຈຸດວັດທະນະທຳເປັນເອກະລັກສະເພາະຂອງຊາວຫວຽດນາມ. ສ່ວນເພື່ອນ Riccaroi Bessard ນັກສຶກສາຊາວ ການາດາ ເຫັນວ່າ ບຸນເຕັດຢູ່ຫວຽດນາມແມ່ນມີຄວາມອົບອຸ່ນ, ທຸກໆຄົນໃນຄອບຄົວໄດ້ເຕົ້າໂຮມກັນເພື່ອຕ້ອນຮັບຈຸດເວລາ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.
ໃນຂະນະນັ້ນ, ບັນດານັກສຶກສາຫວຽດນາມຢູ່ປາຣີ ກໍພ້ອມກັບພວກເພື່ອນັກສຶກສາຊາວຝະລັ່ງ ຈັດຕັ້ງການຫໍ່ເຂົ້າຕົ້ມ ຄືເປັນວິທີສະແດງຄວາມຄິດຮອດຄິດເຖິງກົກເຄົ້າເຫງົ້າກໍຂອງຕົນ. ຫງວຽນຈິ້ບາວ ປະທານສະມາຄົມນັກສຶກສາຫວຽດນາມ ປະຈຳປາຣີ ໃຫ້ຮູ້ວ່າ :
“ ແນວຄວາມຄິດແມ່ນເລີ່ມມາຈາກເລື່ອງທີ່ວ່າ ໃຜໆກໍຮູ້ຈັກເຖິງເຂົ້າຕົ້ມໝູ, ແຕ່ມີເພື່ອບໍ່ຫຼາຍຄົນທີ່ຈະຮູ້ຈັກວິທີຫໍ່ເຂົ້າຕົ້ມຍາມບຸນເຕັດ, ດັ່ງນັ້ນ, ພວກນ້ອງຄິດວ່າ ຈະູເຕົ້າໂຮມປະຊຸມກັນໃນມື້ໜຶ່ງເພື່ອແອບຫໍ່ເຂົ້າຕົ້ມ. ມີຫຼາຍຄົນບໍ່ໄດ້ນອນກາງຄືນເພື່ອກະກຽມ”