ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເດີນທາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນຄັ້ງທີ26
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ
(ພາບປະກອບ)
|
(vovworld) – ວັນທີ 26/4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 26 ຢູ່ ມາເລເຊຍ ແຕ່ວັນທີ 26 -27/4 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Abdul Razak. ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 26 ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດໃນປີເປັນປະທານ ອາຊຽນ 2015 ຂອງ ມາເລເຊຍ ດ້ວຍຫົວຂໍ້ວ່າ “ປະຊາຊົນຂອງພວກເຮົາ, ປະຊາຄົມຂອງພວກເຮົາ, ວິໄສທັດຂອງພວກເຮົາ”. ການນຳ 10 ປະເທດສະມາຊິກ ອາຊຽນ ຈະສຸມໃສ່ປຶກສາຫາລືທິດທາງ ແລະ ມາດຕະການສືບຕໍ່ຊຸກຍູ້ການເຊື່ອມຕໍ່ ອາຊຽນ, ປະຕິຮູບກົງຈັກ ແລະ ວິທີການເຮັດວຽກ, ບົດບາດພາກພື້ນຂອງ ອາຊຽນ ແລະ ການພົວພັນຕ່າງປະເທດຂອງ ອາຊຽນ. ຄາດວ່າ, ທີ່ວາລະປະຊຸມຄົບຄະນະ, ບັນດາການນຳຈະພິຈາລະນາກ່ຽວກັບການສ້າງຕັ້ງປະຊາຄົມ ອາຊຽນ 2015, ວິໄສທັດປະຊາຄົມ ອາຊຽນ ຫຼັງປີ 2015, ສະພາບການຢູ່ພາກພື້ນ ແລະ ຢູ່ໃນໂລກ.
ໂດຍເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນອາຊຽນ, ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ເພື່ອແນໃສ່ປະກອບສ່ວນຊຸກຍູ້ ອາຊຽນ ເຊື່ອມຕໍ່ຢ່າງແໜ້ນແຟ້ນກ່ວາ, ເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ, ປັບປຸງ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດສຳຄັນຂອງ ອາຊຽນ, ພິເສດແມ່ນໃນການຮັບປະກັນສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.