ມີ​ຜູ້​ເສຍ​ຊີ​ວິດກວ່າ 220 ຄົນ ໃນ​ອຸ​ບັດ​ຕິ​ເຫດ​ເພ​ດານ​ພັບ​​ພັງ​ຖະຫຼົ່ມຢູ່ ສ.ໂດ​ມີ​ນາ​ກາ

(VOVWORLD) - ມີຜູ້ເສຍຊີວິດກວ່າ 220 ຄົນໃນອຸບັດຕິເຫດເພດານພັບແຫ່ງໜຶ່ງຢູ່ ນະຄອນຫຼວງ Santo Bomingo ພັງຖະຫຼົ່ມໃນຮຸ່ງເຊົ້າວັນທີ 08 ເມສາ. 
ມີ​ຜູ້​ເສຍ​ຊີ​ວິດກວ່າ 220 ຄົນ ໃນ​ອຸ​ບັດ​ຕິ​ເຫດ​ເພ​ດານ​ພັບ​​ພັງ​ຖະຫຼົ່ມຢູ່ ສ.ໂດ​ມີ​ນາ​ກາ - ảnh 1ວັນທີ 08 ເມສາ, ກຳລັງກູ້ໄພກູ້ຊີບ ປະຕິບັດໜ້າທີ່ຢູ່ບ່ອນເກີດເຫດ (ພາບ: THX/TTXVN)

ວັນທີ 10 ເມສາ, ວົງການເຈົ້າໜ້າທີ່ ສາທາລະນະລັດ ໂດມີນີກາ ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດກວ່າ 220 ຄົນໃນອຸບັດຕິເຫດເພດານພັບແຫ່ງໜຶ່ງຢູ່ ນະຄອນຫຼວງ Santo Bomingo ພັງຖະຫຼົ່ມໃນຮຸ່ງເຊົ້າວັນທີ 08 ເມສາ. ບັນດາກຳລັງເຈົ້າໜ້າທີ່ໄດ້ຢຸດບັນດາການເຄື່ອນໄຫວກູ້ໄພກູ້ຊີບ ແລະ ປ່ຽນໄປສູ່ການເກັບອັດຖິຂອງຜູ້ປະສົບເຄາະຮ້າຍ. ຜູ້ເສຍຊີວິດສ່ວນໃຫຍ່ແມ່ນຍັງບໍ່ຮູ້ຊື່ນາມສະກຸນ. ມີເກືອບ 190 ຄົນໄດ້ຮັບການກູ້ອອກມາ ແລະ ປັດຈຸບັນ ຍັງບໍ່ທັນຮູ້ຕົວເລກຜູ້ທີ່ຍັງຕິດຄ້າງໃນຊາກຫັກພັງດັ່ງກ່າວ.

        ທ່ານປະທານາທິບໍດີ Luis Albinader ໄດ້ຖະແຫຼງໄວ້ທຸກລະດັບຊາດເປັນເວລາ 3 ວັນ ພາຍຫຼັງວິນາດະກຳດັ່ງກ່າວ ແລະ ລົງສະຖານທີ່ເກີດເຫດເພື່ອແບ່ງເບົາຄວາມເສົ້າສະຫຼົດໃຈກັບຄອບຄົວຜູ້ປະສົບເຄາະຮ້າຍ. ປັດຈຸບັນ, ກຳລັງທີ່ມີໜ້າທີ່ຍັງສືບຕໍ່ດຳເນີນການສືບສວນຫາສາຍເຫດທີ່ພາໄປເຖິງການເກີດອຸບັດຕິເຫດດັ່ງກ່າວ.

ຟ້າມຮວັນ  - ນັກຂ່າວ VOV  ປະຈຳ ອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ