ທ່ານ Ha Hung Cuong ລັດຖະມົນຕີກະຊວງຍຸຕິທຳ(ເບື້ອງຂວາ)
ພາບ:chinhphudientu.vn
|
(vovworld) - ຕອນເຊົ້າວັນທີ 24/7, ທ່ານ Ha Hung Cuong ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ໂອ້ລົມສົນທະນາໂດຍກົງຜ່ານເຄືອຂ່າຍອິນເຕີແນດກັບປະຊາຊົນຢູ່ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ. ການໂອ້ລົມສົນທະນາຈະແກ້ຕອບຂໍ້ຂ້ອງໃຈຂອງປະຊາຊົນກ່ຽວກັບບັນຫາຕ່າງໆໃນຂົງເຂດທີ່ຂຶ້ນກັບພາລະບົດບາດຄຸ້ມຄອງລັດ; ເຜີຍແຜ່, ສຶກສາດ້ານກົດໝາຍ, ປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງ; ບໍລິຫານຕຸລາການ; ຫນູນຊ່ວຍດ້ານຕຸລາການ ແລະ ວຽກງານຕຸລາການອື່ນໃນຂອບເຂດທົ່ວປະເທດ. ການໂອ້ລົມສົນທະນາເພື່ອປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ Nguyen Tan Dung ກ່ຽວກັບເລື່ອງ ການນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນເພີ່ມທະວີການພົບປະແລກປ່ຽນ, ໂອ້ລົມສົນທະນາໂດຍກົງຜ່ານເຄືອຂ່າຍອິນເຕີແນດ ກັບປະຊາຊົນ, ປະກອບສ່ວນກຳນົດທິດຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມໃນວຽກງານປະຕິບັດແຜນນະໂຍບາຍ ຂອງພັກ, ນະໂຍບາຍ, ກົດໝາຍ ຂອງລັດ.