ລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ຢ້ຽມຢາມ ສ ອັງໂກລາ ຢ່າງເປັນທາງການ

ລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ຢ້ຽມຢາມ ສ ອັງໂກລາ ຢ່າງເປັນທາງການ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ຫວຽດນາມ ຟ້າ​ມບິ່ນ​ມິ​ນ
(ພາບ: Doãn Tấn/TTXVN)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງ​ໂກລາ Georges Rebelo Chicoti, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ຫວຽດນາມ ຟ້າ​ມບິ່ນ​ມິ​ນ ມີ​ການ​ຢ້ຽມຢາມ ສ ​ອັງ​ໂກລາ ​ແຕ່​ວັນ​ທີ 7 – 8/8/2013 ຢ່າງ​ເປັນ​ທາງ​ການ. ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ທັງ 2 ທ່ານ​ມີ​ການ​ເຈລະຈາ​ເພື່ອ​ຕີ​ລາຄາ​ສະພາບ​ພົວພັນ 2 ຝ່າຍ ຫວຽດນາມ - ອັງ​ໂກລາ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ບັນດາ​ທິດ​ທາງ, ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ດຳ​ເນີນ​ການ​ເຈລະຈາ​ໂດຍ​ໄວ, ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນຍ​າ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົ​ງ​ເຂດ​ຮັບປະກັນ​ຊີວິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຄົນ​ງານ ​ແລະ ສອນ​ວິຊາ​ຊີບ ​ໂດຍ​ໄວ. ອັງ​ໂກລາ ​ເຫັນ​ດີ​ເປັນ​ເອກະສັນ​ພ້ອມ​ກັບ​ຝ່າຍ ຫວຽດນາມ ສ້າງ​​ເງື່ຶອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ພົນລະ​ເມືອງ ຫວຽດນາມ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ອັງ​ໂກລາ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ຮອງ​ປະທານາທິບໍດີ ອັງ​ໂກລາ Manuel Vicente ​ແລະ ມີ​ການ​​​ເຮັດ​ວຽກ​ກັບ​ລັດຖະມົນ​ຕີ ນ້ຳມັນ​ອາຍ​ແກ​ດ,  ລັດຖະມົນຕີ ບໍລິຫານ​ແຫ່ງ​ລັດ - ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ອັງ​ໂກລາ.

ຂ່າວ/ບົດ​ອື່ນ