ລັດເຊຍ ຄັດຄ້ານສະພາຄວາມໝັ້ນຄົງອອກຖະແຫຼງຮຽກຮ້ອງລົງໂທດ ສປປ.ເກົາຫຼີ

(VOVWORLD) - ວັນທີ 06 ກໍລະກົດ, ລັດເຊຍ ຄັດຄ້ານສະພາຄວາມໝັ້ນຄົງສະຫະປະຊາຊາດອອກຖະແຫຼງການຮຽກຮ້ອງຈັດວາງ “ບັນດາມາດຕະການ” ເພື່ອໂຕ້ຕອບເຫດ ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ
ລັດເຊຍ ຄັດຄ້ານສະພາຄວາມໝັ້ນຄົງອອກຖະແຫຼງຮຽກຮ້ອງລົງໂທດ ສປປ.ເກົາຫຼີ - ảnh 1 (ພາບປະກອບ)

ດ້ວຍການອ້າງເຫດຜົນວ່າ ລູກສອນໄຟນີ້ ຄວາມຈິງແມ່ນລູກສອນໄຟໄລຍະກາງ. ຕາມບັນດານັກການທູດຢູ່ສະຫະປະຊາຊາດແລ້ວ, ອາເມລິກາ ໄດ້ນຳໃຊ້ຖະແຫຼງການດັ່ງກ່າວ ພາຍຫລັງປະກາດແຜນການກ່ຽວກັບມະຕິລົງໂທດສະບັບໃໝ່ ແຕ່ ລັດເຊຍ ພັດຄັດຄ້ານ້. ຮ່າງຖະແຫຼງການລື້ມຄືນວ່າ ສະພາຄວາມໝັ້ນຄົງເຫັນດີເປັນເອກະພາບເພີ່ມທະວີ “ຫລາຍມາດຕະການກ່ວາອີກ” ໃນກໍລະນີ ສປປ.ເກົາຫຼີ  ດຳເນີນເຫດທົດລອງລູກສອນໄຟ ຫຼື ນິວເຄຼຍ, ແລະ ອົງການສິດອຳນາດສູງສຸດຂອງສະຫະປະຊາຊາດຈະເລີ່ມຕົ້ນ “ປະຕິບັດວຽກງານໃນທັນທີ ເພື່ອແນໃສ່ຍົກອອກບັນດາມາດຕະການຄືດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ