ວົງເງິນການຄ້າລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ເພີ່ມຂຶ້ນ 7%

(VOVWORLD) -  ວົງເງິນການຄ້າສົ່ງອອກຂອງ ສ.ເກົາຫຼີ ມາຍັງ ຫວຽດນາມ ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ຂຶ້ນເຖິງ 44,5 ຕື້ USD

        ວັນທີ 19 ທັນວາ, ກະຊວງການຄ້າ, ອຸດສາຫະກໍາ ແລະ ພະລັງງານ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ວົງການການຄ້າລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ໃນ 11 ເດືອນໃນປີ 2018 ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີີ 2017. ໄລ່ຮອດເດືອນ ພະຈິກ, ວົງເງິນການຄ້າສອງຝ່າຍ ບັນລຸໄດ້ 62,6 ຕື້ USD, ນໍາຫວຽດນາມ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4 ຂອງ ສ.ເກົາຫຼີ ຖັດຈາກ ຈີນ, ອາເມລິກາ ແລະ ຍີ່ປຸ່ນ.

        ວົງເງິນການຄ້າສົ່ງອອກຂອງ ສ.ເກົາຫຼີ ມາຍັງ ຫວຽດນາມ ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ຂຶ້ນເຖິງ 44,5 ຕື້ USD, ໃນຂະນະທີ່ການນໍາເຂົ້າເພີ່ມຂຶ້ນແຮງ 22% ຂຶ້ນເປັນ 18,1 ຕື້ USD ຍ້ອນຄວາມຕ້ອງການຜະລິດໜ້າຈໍ ແລະ ອຸປະກອນເອເລັກໂຕນິກ ຢູ່ບັນດາໂຮງງານຂອງ ສ.ເກົາຫຼີ ທີ່ຕັ້ງຢູ່ຫວຽດນາມ.

        ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 8 ຂອງເກົາຫຼີ ໃນປີີ 2014, ຫຼັງຈາກນັ້ນ ບືນຕົວຂຶ້ນ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4 ນັບແຕ່ເມື່ອ ສົນທິສັນຍາການຄ້າສອງຝ່າຍ ລະຫວ່າງ ສ.ເກົາຫຼີ - ຫວຽດນາມ ມີຜົນສັກສິດເມື່ອເດືອນທັນວາ 2015.


ຕອບກັບ

ຂ່າວ/ບົດ​ອື່ນ