ວັນບຸນວັດທະນະທຳ ຫວຽດນາມ ຢູ່ Volgagrad

ວັນບຸນວັດທະນະທຳ ຫວຽດນາມ ຢູ່ Volgagrad - ảnh 1
ວັນບຸນວັດທະນະທຳ ຫວຽດນາມ ຢູ່ Volgagrad
(ພາບປະກອບ)

(vovworld) – ວັນ​ບຸນ​ວັດທະນະທຳ​ ຫວຽດນາມ ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ນະຄອນ Volgagrad (ສະຫະພັນ ລັດ​ເຊຍ), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມຊາວ ຫວຽດນາມ ອາ​ໄສ ຢູ່​ລັດ​ເຊຍ​ ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ນະຄອນ, ນັກ​ສຶກສາ ຫວຽດນາມ, ປະຊາຊົນ​ທ້ອງຖິ່ນ ​ແລະ ນັກ​ສຶກສາ​ປະ​ເທດ​ຕ່າງໆ​ທີ່​ພວມ​ຮຳ່ຮຽນ​ຢູ່​ນະຄອນ Volgagrad. ກ່າວ​ຄຳ​ເຫັນ​ໄຂ​ງານ​ບຸນ, ທ່ານ ​ເຢືອງຫາຍ​ອານ, ປະທານ​ສະມາຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ນະຄອນ Volgagrad ​ເນັ້ນ​ໜັກ​ວ່າ: ພາຍຫຼັງ 30 ປີ, ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້​ຢືນຢັນ​ທີ່​ຕັ້ງບົດບາດ​ນັບ​ມື້​ນັບ​ໝັ້ນຄົງ​​ເຂັ້ມ​ແຂງ, ສາມັກຄີ, ​ເຊື່ອມ​ໂຍງ​​ເປັນ​ຢ່າງ​ດີ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ນະຄອນ ​ເວົ້າ​ສະ​ເພາະ ​ແລະ ສະຫະພັນ ລັດ​ເຊຍ ​ເວົ້າ​ລວມ. ທ່ານ ຫາຍ​ອານ ຫວັງ​ວ່າ​ເລື່ອງ​ຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ ຫວຽດນາມ ຈະ​ແມ່ນ​ຮູບການ​ພົບ​ປະ​ແລກປ່ຽນ​ດ້ານ​ຈິດ​ໃຈ​ທີ່​ມີ​ຜົນ​ປະ​ໂຫຍ​ດ, ຊ່ວ​ຍ​ໃຫ້​ປະຊາຊົນ ລັດ​ເຊຍ ​ເວົ້າ​ລວມ ​ແລະ ນະຄອນ Volgagrad ​ເວົ້າ​ສະ​ເພາະ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ ຫວຽດນາມ, ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລັດ​ເຊຍ.

    ນີ້​ແມ່ນ​ຄັ້ງ​ທີ 2 ທີ່ປະຊາ​ຄົມ​ຊາວ ຫວຽ​ດນາມ ອາ​ໄສ​ຢູ່ Volgagrad ຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ ຫວຽດນາມ, ພາຍຫຼັງຜົນສຳ​ເລັດ​ຂອງ​ວັນ​ບຸນ​ທີ່​ຖືກຈັດ​ຕັ້ງ​​ເປັນຄັ້ງ​ທຳ​ອິດ​ເມື່ອ​ປີ 2009.

 

 

 

ຂ່າວ/ບົດ​ອື່ນ