ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ຮ່ວມ​ແຮງ​ຮ່ວ​​ມໃຈ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ສ້າງ​ກົດ​ໝາຍ

(VOVWORLD) -  ຕອນເຊົ້າວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄະນະຮັບຜິດຊອບວຽກງານພັກ ລັດຖະບານ ກັບຄະນະຮັບຜິດຊອບວຽກງານພັກ ສະພາແຫ່ງຊາດ ກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານຮ່ວມກອງປະຊຸມ.
ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ຮ່ວມ​ແຮງ​ຮ່ວ​​ມໃຈ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ສ້າງ​ກົດ​ໝາຍ - ảnh 1ບັນຍາກາດຂອງກອງປະຊຸມ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ກອງປະຊຸມສະໄໝສາມັນເທື່ອທີ 8 ແມ່ນກອງປະຊຸມ “ລະດັບສະຖິຕິ” ເພາະວ່າ ມີຈຳນວນບັນດາຮ່າງກົດໝາຍໄດ້ຮັບການຮັບຮອງເອົາ ແລະ ປະກອບຄຳເຫັນຫຼາຍທີ່ສຸດນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ. ທ່ານກ່າວວ່າ:

        “ລັດຖະບານ, ນາຍົກລັດຖະມົນຕີ ມີຄວາມເອົາໃຈໃສ່ເປັນພິເສດ, ໃຫ້ບຸລິມະສິດທາງດ້ານແຫຼ່ງກຳລັງຕັ້ງໜ້າ ກະກຽມໃຫ້ແກ່ບັນດາຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ, ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ຢ່າງທັນການ, ລະດົມທຸກແຫຼ່ງກຳລັງແກ່ການພັດທະນາເສດຖະກິດ - ສັງຄົມ. ຈິດໃຈຂອງກອງປະຊຸມສູນກາງພັກຄັ້ງທີ 10 ພຽງແຕ່ປຶກສາຫາລືການປະຕິບັດງານ, ບໍ່ປຶກສາຫາລືແບບທໍ້ຖອຍ. ໃນສະພາບການຂອງປະເທດຊາດໃນປັດຈຸບັນ, ດ້ວຍຈິດໃຈໃໝ່, ສັງກາດບຸກບືນຂອງປະເທດຊາດ, ພວກເຮົາຕ້ອງເຮັດຫຼາຍກວ່າ, ຕັ້ງໜ້າກວ່າ, ຕ້ອງເພີ່ມລະດັບຄວາມໄວ ເພື່ອບຸກທະລຸກວ່າ, ຂ້ຽວຂາດກວ່າ, ມີຈຸດສຸມກວ່າ ເພື່ອໃຫ້ພວກເຮົາພ້ອມກັນກ້າວຂຶ້ນ ພັດທະນາປະເທດຊາດ.”

ເລຕວຽດ

 

ຕອບກັບ

ຂ່າວ/ບົດ​ອື່ນ