ສະຫະປະຊາຊາດໜູນຊ່ວຍຫວຽດນາມ ປະຕິບັດ ສິດສະເໝີພາບລະຫວ່າງ ຍິງ - ຊາຍ

ສະຫະປະຊາຊາດໜູນຊ່ວຍຫວຽດນາມ ປະຕິບັດ ສິດສະເໝີພາບລະຫວ່າງ ຍິງ - ຊາຍ - ảnh 1
( ພາບປະກອບ )

( vovworld ) -    ​ຕອນ​ເຊົ້າ​ວັນ​ທີ 30/7, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ, ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຜັນ​ຂະຫຍາຍ​ໂຄງ​ການ “​ເພີ່ມ​ທະວີ​ໃຫ້​ແກ່​ບັນດານ​ັກສ້າງ​ກົດໝາຍ ​ແລະ ວາງ​ນະ​ໂຍບາຍ​ໃນ​ການ​ຂົນຂວາຍ, ຕິດຕາມ​ກວດກາ​ນະ​ໂຍບາຍ, ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາກອນ, ສຸຂະພາບ​ຈະ​ເລີ​ນພັນ ​ແລະ ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ”. ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຮອບ​ເວລາ 4 ປີ (2012 - 2016) ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ໃຫ້​ແກ່​ບັນດາ ສສຊ, ພ້ອມ​ທັງຊ່ວຍ​ໃຫ້​ບັນດາ​ຜູ້​ແທນ​ໃນ​ວິວັດ​ການ​ກວດກາ​ບັນດາ​ຮ່າງ​ກົດໝາຍ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ, ກໍ​ຄື​ບັນດາ​ນະ​ໂຍບາຍ, ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ປະຊາກອນ, ສຸຂະພາບ​ຈະ​ເລີ​ນພັນ, ບັນຫາ​ອົບ​ພະຍົບ ​ແລະ ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ. ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ 1.600.000 USD ຊຶ່ງ​ແມ່ນ​ບ້ວງ​ເງິນ​ສ່ວຍ​ເຫຼືອ​ລ້າ. ​ໃນ​ນັ້ນ, ທຶນ​ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ແມ່ນ 880.000 USD, ​ໂດຍ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ​ໜູນ​ຊ່ວຍ.

ຂ່າວ/ບົດ​ອື່ນ