ສາກົນຕີລາຄາສູງເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມກ່ຽວກັບລູກລະເບີດໝາກມິນຫລັງສົງຄາມ

(VOVWORLD) -ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ສປຊ ໄດ້ມີການສຳພາດທ່ານນາງ Ilene Cohn ຜູ້ອຳນວຍການອົງການເຄື່ອນໄຫວແກ້ໄຂລູກລະເບີດໝາກມິນ  ແລະ ຫົວຫນ້າຄະນະຜູ້ຕາງຫນ້າ ອຽກລັງ ປະຈຳ ສປຊ, ເອກອັກຄະລັດຖະທູດ Geraldine Byrne Nason ເນື່ອງໃນໂອກາດສິ້ນສຸດເດືອນ ຫວຽດນາມ ຮັບບົດບາດເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນເມສາປີ 2021.

ສາກົນຕີລາຄາສູງເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມກ່ຽວກັບລູກລະເບີດໝາກມິນຫລັງສົງຄາມ - ảnh 1ທ່ານບູ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມ(ພາບ:TTXVN)
  ຕາມ ທ່ານນາງ Ilene Cohn ແລ້ວ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ກ່ຽວກັບລູກລະເບີດໝາກມິນຫລັງສົງຄາມ ແມ່ນຖືກກັບຈຸດເວລາ. ກອງປະຊຸມນີ້ມີຄວາມໝາຍສຳຄັນ ເພື່ອ ສະພາຄວາມໝັ້ນຄົງ ແມ່ນອົງການຮັບຜິດຊອບການແກ້ໄຂບັນດາບັນຫາ ຍ້ອນຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ. ໃນສະພາບ ຄວາມອັນຕະລາຍຈາກລູກລະເມີດໝາກມິນ ຍັງຄົງຕົວ ແລະ ສືບຕໍ່ນາບຂູ່ເຖິງປະຊາຊົນໃນໂລກ. ທ່ານນາງ ຖືວ່າ ຄວນຍົກບັນຫານີ້ມາປຶກສາຫາລືໃນກອງປະຊຸມ.

ສ່ວນທ່ານ ເອກອັກຄະລັດຖະທູດ Geraldine Byrne Nason ເນັ້ນຫນັກວ່າ: ບັນຫາລູກລະເບີດໝາກມິນ ບໍ່ພຽງແຕ່ແມ່ນເລື່ອງລາວຂອງອະດີດຕະການເທົ່ານັ້ນ ຫາກຍັງຄົງຕົວມາຮອດປະຈຸບັນໃນທົ່ວໂລກ. ເພາະສະນັ້ນ ກອງປະຊຸມກ່ຽວກັບລູກລະເບີດໝາກມິນໂດຍ ຫວຽດນາມຍົກອອກມາ ແມ່ນເລັ່ງໃສ່ບັນຫາຊື່ງທົ່ວໂລກພວມປະເຊີນຫນ້າ.

ຕອບກັບ

ຂ່າວ/ບົດ​ອື່ນ