ທ່ານ ຈູມມະລີ ໄຊຍະສອນ
|
(Vovworld) - ເນື່ອງໃນໂອກາດວັນຄ້າຍວັນເກີດ ອະດິດເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ຈູມມະລີ ໄຊຍະສອນ ຄົບຮອບ 80 ປີ (06/03/1936-06/03/2016) , ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈອງ, ທ່ານ ປະທານປະເທດ ສສ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ສົ່ງສານ, ຊໍ່ດອກໄມ້ ອວຍພອນ ທ່ານ ຈູມມະລີ ໄຊຍະສອນ.