ຫວຽດນາມໂຄສະນາຮູບ​ພາບຂອງປະທານໂຮ່ຈິມີນຢູ່ອີຢີບ

(VOVWORLD) -ຕອນຄ່ຳວັນທີ 6/5, ສະຖານທູດຫວຽດນາມ ໄດ້ສົມທົບກັບຊ່ອງໂທລະພາບແຫ່ງຊາດ ອີຢີບ ໄດ້ຖ່າຍທອດສົດລາຍການພິເສດກ່ຽວກັບປະທານໂຮ່ຈິມີນ, ບັ້ນຮົບດ້ຽນບຽນຝູ, ການພັດທະນາຂອງຫວຽດນາມ ແລະ ການພົວພັນລະຫວ່າງສອງປະເທດ ດ້ວຍເວລາ 150 ນາທີ ໄດ້ດຶງດູດຜູ້ຊົມອີຢີບນັບລ້ານໆຄົນຕິດຕາມລາຍການ.

ຫວຽດນາມໂຄສະນາຮູບ​ພາບຂອງປະທານໂຮ່ຈິມີນຢູ່ອີຢີບ - ảnh 1

 ໂຄສະນາຮູບພາບປະທານໂຮ່ຈິມີນຢູ່ອີຢີບ

ຂຶ້ນຕົ້ນລາຍການ, ທ່ານໂດ໋ຮ່ວາງລອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຢີບ ໄດ້ຍົກໃຫ້ເຫັນຊີວິດ ແລະ ພາລະກິດ ກໍຄືການປະກອບສ່ວນອັນໃຫຍ່ຫລວງຂອງປະທານໂຮ່ຈິມີນ ທີ່ມີຕໍ່ພາລະກິດປົດປ່ອຍຊາດຫວຽດນາມ ແລະ ຢັ້ງຢືນວ່າ ປະທານໂຮ່ຈິມີນ ແມ່ນຜູ້ກໍ່ຕັ້ງພື້ນຖານໃຫ້ສາຍພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ອີຢີບ. ທ່ານເອກອັກຄະລັດຖະທູດ ໂດ໋ຮ່ວາງລອງ ມີຄວາມເຊື່ອໝັ້ນວ່າ ຜ່ານລາຍການນີ້ ປະຊາຊົນ ອີຢີບ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊາດຫວຽດນາມ, ກ່ຽວກັບປະທານໂຮ່ຈິມີນ ກໍຄືບັນດາຜົນງານຂອງຫວຽດນາມ ໃນການພັດທະນາເສດຖະກິດສັງຄົມ ກໍຄືອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ ແລະ ຜ່ານລາຍການນີ້ ການພົວພັນຮ່ວມມືລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດໄດ້ຮັບການຍູ້ແຮງ ເພື່ອການພັດທະນາວັດທະນາຖາວອນຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ