ຫວຽດ​ນາມ - ສ.ເກົາຫຼີ ເຊື່ອມ​ຕໍ່, ເປີດກວ້າງ​ການ​ຮ່ວມ​ມື​ກ່ຽວ​ກັບ​ຕົວ​ເມືອງ ອັດ​ສະ​ລິ​ຍະ

(VOVWORLD) -  ແຕ່ວັນທີ 15 ຕຸລາ - 17 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມ ໄອທີ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ Meta Square ຈັດລາຍການ ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ ຫວຽດນາມ - ສ.ເກົາຫຼີ.
ຫວຽດ​ນາມ - ສ.ເກົາຫຼີ ເຊື່ອມ​ຕໍ່, ເປີດກວ້າງ​ການ​ຮ່ວມ​ມື​ກ່ຽວ​ກັບ​ຕົວ​ເມືອງ ອັດ​ສະ​ລິ​ຍະ - ảnh 1ວິສາຫະກິດ ສ.ເກົາຫຼີ ສຶກສາກ່ຽວກັບຕະຫຼາດ ຫວຽດນາມ (ພາບ: TTXVN)

ຄະນະຜູ້ແທນກ່ຽວກັບການພັດທະນາໂຄງການຕົວເມືອງອັດສະລິຍະ ມາຈາກ ສ.ເກົາຫຼີ ໄດ້ເຕົ້າໂຮມບັນດານັກຊ່ຽວຊານຈາກສະຖາບັນພັດທະນາອຸດສາຫະກຳໂລຫະ Pohang; ສະຫະສະມາຄົມສົ່ງເສີມອຸດສາຫະກຳ ລວມສູນ ICT ແຂວງ GyeongBuk. ພ້ອມດຽວກັນນັ້ນ, 14 ວິສາຫະກິດເຕັກໂນໂລຢີແຖວໜ້າຂອງ ສ.ເກົາຫຼີ ກ່ຽວກັບປັນຍາປະດິດ (AI); ເຕັກໂນໂລຢີເໝືອນຈິງ, ເໝືອນຈິງເພີ່ມທະວີ (3D/AR-VR); ຄວາມໝັ້ນຄົງ, ກົດລັບ, ຄວາມປອດໄພດ້ານຂໍ້ມູນຂ່າວສານ,… ແນະນຳເຕັກໂນໂລຢີ ທີ່ໄດ້ ແລະ ພວມຖືກໝູນໃຊ້ເຂົ້າໃນການພັດທະນາອຸດສາຫະກຳ, ຕົວເມືອງຂອງ ສ.ເກົາຫຼີ.

        ເນື່ອງໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະ ການສື່ສານນະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະຜູ້ແທນ ສ.ເກົາຫຼີ ໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການສ້າງ ແລະ ພັດທະນາຕົວເມືອງອັດສະລິຍະ. ພ້ອມທັງເຊື່ອມຕໍ່, ຊຸກຍູ້ການຮ່ວມມືພັດທະນາໂຄງການສ້າງການບໍລິການສຳເນົາເຕັກນິກດີຈີຕອນທົ່ວໂລກ (Digital Twin) ແລະ ພັດທະນາພື້ນຖານ Metaverse ປະສົມ AI ເພື່ອແນໃສ່ປົວແປງຄຸນລັກສະນະນຳໃຊ້ຂອງພາຫະນະທາງລົດໄຟ.

       

ຕອບກັບ

ຂ່າວ/ບົດ​ອື່ນ