ອິນເດຍ ແລະ ອູແກຼນ ເພີ່ມທະວີ ການພົວພັນຮ່ວມມືສອງຝ່າຍ

ອິນເດຍ ແລະ ອູແກຼນ ເພີ່ມທະວີ ການພົວພັນຮ່ວມມືສອງຝ່າຍ - ảnh 1

ປະທານາທິບໍດີ​ອູ​ແກຼນ ​ແລະ ນາຍົກລັດຖະມົນຕີອິນ​ເດຍ

(ພາບ:ອິນ​ເຕີ​ແນັດ)

(vovworld) - ​​ວັນ​ທີ 10/12 ປະທານາທິບໍດີ​ອູ​ແກຼນ Viktor Yanukovych  ​​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ສອງ​ຝ່າຍ​ຢ່າງຮອບດ້ານ, ​ໃນ​ນັ້ນມີ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ ​ແລະ ວິທະຍາສາດ​ອາ​ວະ​ກາດ. ​ໃນ​ການ​ຖະ​ແຫຼ​ງຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະ​ຈາ, ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Manmohan Singh ຢືນຢັນ​ວ່າ ສອງ​ປະ​ເທດ​ໄດ້​ສ້າງຕັ້ງການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດວິທະຍາສາດ​ອາ​ວະ​ກາດນັບ​ແຕ່​ອິນ​ເດຍ ​ເລີ່​ມຜັນ​ຂະຫຍາຍ​ໂຄງການ​ອາ​ວະ​ກາດ. ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ເລື່ອງ​ສອງ​ປະ​ເທດ​ຍັງ​ມີ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ໃນ​ການ​ຜະລິດ​ຖານ​ຍິງ​ດາວ​ທຽມ​ທັນ​ສະ​ໄໝ​ກໍ່​ຄື​ການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ໃນ​ຂົງ​ເຂດ​ນີ້. ກ່ອນ​ໜ້ານັ້ນ, ທີ່​ການ​ເຈລະຈາ, ການ​ນຳ​ສອງ​ທ່ານ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ພະລັງງານ​ນິວ​ເຄຼຍ ​ແລະ ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຊື່​ງ​ແມ່ນ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ສາມາດ​ຖອດ​ຖອນ​ບົດຮຽນ​ຊື່​ງກັນ ​ແລະ ກັນ.

 

 

 

 

 

 

ຂ່າວ/ບົດ​ອື່ນ