ອີຣານ ຢັ້ງຢືນຄືນໃໝ່ ບໍ່ຊ່ວງເສັງອາວຸດນິວເຄຼຍ
(VOVWORLD) - ວັນທີ 9 ເມສາ, ທ່ານປະທານາທິບໍດີ ອີຣານ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ປະເທດ ອິດສະຣາມ ນີ້ ບໍ່ມີເຈດຕະນາຢາກພັດທະນາ ຫຼື ກຳມະສິດລະເບີດນິວເຄຼຍ ຢ່າງສິ້ນເຊີງ.
ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ຍົກອອກຄຳຢັ້ງຢືນດັ່ງກ່າວໃນຖະແຫຼງການຢ່າງເປັນທາງການຢູ່ນະຄອນຫຼວງ ເຕເຮຣານ. ໃນຖະແຫຼງການ, ທ່ານປະທານາທິບໍດີ Pezeshkian ຖືວ່າ ອາເມລິກາ ແລະ ຝ່າຍຕາເວັນຕົກ ມີຄວາມເຂົ້າໃຈແຈ້ງເລື່ອງ ອີຣານ ບໍ່ຊ່ວງເສັງອາວຸດນິວເຄຼຍ.
ຖະແຫຼງການຢັ້ງຢືນຄືນຄຳໝັ້ນສັນຍາບໍ່ຊ່ວງເສັງອາວຸດນິວເຄຼຍຂອງທ່ານປະທານາທິບໍດີ ອີຣານ ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງກະກຽມດຳເນີນການເຈລະຈາໂດຍກົງກັບ ອີຣານ ກ່ຽວກັບໂຄງການນິວເຄຼຍ ຂອງ ເຕເຮຣານ ພຽງແຕ່ 2 ວັນ. ໃນແຈ້ງການ, ທ່ານປະທານາທິບໍດີ ອາເມລິກາ ກໍໄດ້ກ່າວເຕືອນ ອີຣານ ຈະປະເຊີນໜ້າກັບຄວາມສ່ຽງ ຖ້າການເຈລະຈາຖືກປະລາໄຊ. ກ່ອນໜ້ານັ້ນ, ທ່ານ Trump ກໍນາບຂູ່ຈະອອກຄຳສັ່ງຖີ້ມລະເບີດໃສ່ ອີຣານ ຖ້າວ່າສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍ ອີຣານ.
ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ