ອານບານີ ເຈລະຈາເຂົ້າເປັນສະມາຊິກ ອີຢູ ຢ່າງເປັນທາງການ

(VOVWORLD) - ຂໍ້ຕົກລົງເປີດໜ້າປະຫວັດສາດທຳອິດກັບ ອານບານີ ແມ່ນເຫດການມີລັກສະນະປະຫວັດສາດ, ຄິດໄລ່ເຖິງເລື່ອງບັນດາການເຈລະຈາເຂົ້າເປັນສະມາຊິກທີ່ໄດ້ປຸກລະດົມ

        ວັນທີ 15 ຕຸລາ, ສະຫະພາບເອີລົບ (ອີຢູ) ໄດ້ເປີດໜ້າປະວັດສາດທຳອິດກັບ ອານບານີ, ສ້າງຂີດໝາຍສຳຄັນໃນບັນດາການເຈລະຈາເຂົ້າເປັນສະມາຊິກ ອີຢູ ຂອງປະເທດນີ້. ຫຼັກໝາຍນີ້ໄດ້ມີຂຶ້ນພາຍຫຼັງກອງປະຊຸມຄັ້ງທີ 2 ລະຫວ່າງ ອີຢູ ແລະ ອານບານີ ທີ່ຈັດຂຶ້ນຢູ່ Luxembourg.

        ພາຍຫຼັງກອງປະຊຸມ, ທ່ານ Peter Szijjarto, ລັດຖະມົນຕີການຕ່າງປະເທດ ຮຸງກາຣີ ປະເທດພວມດຳລົງຕຳແໜ່ງປະທານ ອີຢູ, ທ່ານ Oliver Varhelyi, ຄະນະກຳມະການ ເອີລົບ ຮັບຜິດຊອບການເປີດກວ້າງ ອີຢູ ແລະ ການພົວພັນຂອງ ອີຢູ ກັບປະເທດບ້ານໃກ້ເຮືອນຄຽງ ແລະ ທ່ານ Edi Rama, ນາຍົກລັດຖະມົນຕີ ອານບານີ ໄດ້ຈັດກອງປະຊຸມຖະແຫຼງຂ່າວຮ່ວມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Peter Szijjarto ໃຫ້ຮູ້ວ່າ, ຂໍ້ຕົກລົງເປີດໜ້າປະຫວັດສາດທຳອິດກັບ ອານບານີ ແມ່ນເຫດການມີລັກສະນະປະຫວັດສາດ, ຄິດໄລ່ເຖິງເລື່ອງບັນດາການເຈລະຈາເຂົ້າເປັນສະມາຊິກທີ່ໄດ້ປຸກລະດົມ ເພື່ອຮັບປະກັນໃຫ້ ອານບານີ ເຂົ້າເປັນສະມາຊິກຂອງສະຫະພາບ ເອລົບ ຍິ່ງໄວກໍ່ຍິ່ງດີ. ທ່ານກໍ່ເຕື້ອງເຖິງການສະໜັບສະໜູນຢ່າງແຮງຂອງ ຮຸງກາຣີ ຕໍ່ເລື່ອງເປີດກວ້າງ ອີຢູ ແລະ ຄວາມຕ້ອງການເປີດກວ້າງສະມາຊິກໃໝ່ຕື່ມອີກເພື່ອແນໃສ່ຟື້ນຟູກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ