ອາເມລິກາມີລັດຖະມົນຕີການຕ່າງປະເທດຄົນໃໝ່

(VOVWORLD) -ວັນທີ 13 ມີນາ, ໃນສື່ອອນລາຍ Twitter ສ່ວນຕົວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດປົດຕຳແໜ່ງທ່ານລັດຖະມົນຕີການຕ່າງປະເທດ Rex Tillerson.

ອາເມລິກາມີລັດຖະມົນຕີການຕ່າງປະເທດຄົນໃໝ່ - ảnh 1(ທ່ານ Trump ຕົກລົງແຕ່ງຕັ້ງຫົວໜ້າອົງການສືບລາຊະການລັບສູນກາງອາເມລິກາ (CIA) Mike Pompeo ເປັນລັດຖະມົນຕີການຕ່າງປະເທດອາເມລິກາ)

ພ້ອມທັງທ່ານ Trump ກໍສົ່ງຄຳຂອບໃຈເຖິງທ່ານ Tillerson ຍ້ອນມີບັນດາການປະກອບສ່ວນໃນຖານະຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດໃນໄລຍະຜ່ານມາ. ນອກນັ້ນ, ທ່ານ Trump ຕົກລົງແຕ່ງຕັ້ງຫົວໜ້າອົງການສືບລາຊະການລັບສູນກາງອາເມລິກາ (CIA) Mike Pompeo ແທນໃຫ້ທ່ານ Tillerson ເປັນລັດຖະມົນຕີການຕ່າງປະເທດອາເມລິກາ. ຂໍ້ຕົກລົງຂອງທ່ານປະທານາທິບໍດີ Donald Trump ໄດ້ສ້າງຄວາມຕົກສະເງີ້ຕໍ່ບັນດາເຈົ້າໜ້າທີ່ການທູດ ແລະ ຄວາມສະຫງົບແຫ່ງຊາດອາເມລິກາ ກໍ່ຄືປະຊາຄົມສາກົນ.

        ກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນດຽວກັນ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ຊັ່ງຊາເລື່ອງປົດຕຳແໜ່ງທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ມາແຕ່ດົນແລ້ວ ຍ້ອນ 2 ຝ່າຍມີຄວາມບໍ່ລົງລອຍກັນກ່ຽວກັບຍຸດທະສາດຂອງອາເມລິກາ ໃນບັນດາຂົງເຂດຄືນະໂຍບາຍການຕ່າງປະເທດ, ລະອຽດຄືຂໍ້ຕົກລົງນິວເຄຼຍກັບອີຣານ, ວິທີສຳພັດກັບບັນຫາສປປ.ເກົາຫຼີ ແລະ ຖ້ອຍທຳນອງທາງການທູດຂອງອາເມລິກາ.

        ເຈົ້າໜ້າທີ່ທຳນຽບຂາວທ່ານໜຶ່ງໃຫ້ຮູ້ວ່າ, ຕັດສິນໃຈປ່ຽນລັດຖະມົນຕີການຕ່າງປະເທດອາເມລິກາ ແມ່ນເພື່ອແນໃສ່ກະກຽມໃຫ້ແກ່ການເຈລະຈາທີ່ຈະມາເຖິງກັບສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ