ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທັງ​ເຊີນ: ສືບ​ຕໍ່​ບັນ​ດາ​ມາດ​ຕະ​ການ​ທາງ​ການ​ທູດ ເພື່ອ​​ກະ​ທົບ​ໃຫ້ ອາ​ເມ​ລິ​ກາ ມີ​ມາດ​ຕະ​ການ​ທີ່​ເໝາະ​ສົມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ, ຫົວໜ້າໜ່ວຍປະຕິບັດງານ, ສະເໜີໃຫ້ບັນດາສະມາຊິກຂອງໜ່ວຍປະຕິບັດງານສືບຕໍ່ບັນດາມາດຕະການທາງການທູດໃນທຸກຊ່ອງທາງທີ່ແຕກຕ່າງກັນເພື່ອສົ່ງຜົນກະທົບຕໍ່ບັນດາອົງການຂອງ ອາເມລິກາ ທີ່ມີມາດຕະການເໝາະສົມກັບເງື່ອນໄຂ ແລະ ສະພາບການຂອງ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທັງ​ເຊີນ: ສືບ​ຕໍ່​ບັນ​ດາ​ມາດ​ຕະ​ການ​ທາງ​ການ​ທູດ ເພື່ອ​​ກະ​ທົບ​ໃຫ້ ອາ​ເມ​ລິ​ກາ ມີ​ມາດ​ຕະ​ການ​ທີ່​ເໝາະ​ສົມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເມື່ອເປັນປະທານກອງປະຊຸມໜ່ວຍປະຕິບັດງານກ່ຽວກັບການເພີ່ມທະວີການຮ່ວມມື, ເປັນເຈົ້າການຮັບມືກັບການດັດປັບນະໂຍບາຍດ້ານເສດຖະກິດ, ການຄ້າຂອງ ອາເມລິກາ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 08 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ, ຫົວໜ້າໜ່ວຍປະຕິບັດງານ, ສະເໜີໃຫ້ບັນດາສະມາຊິກຂອງໜ່ວຍປະຕິບັດງານສືບຕໍ່ບັນດາມາດຕະການທາງການທູດໃນທຸກຊ່ອງທາງທີ່ແຕກຕ່າງກັນເພື່ອສົ່ງຜົນກະທົບຕໍ່ບັນດາອົງການຂອງ ອາເມລິກາ ທີ່ມີມາດຕະການເໝາະສົມກັບເງື່ອນໄຂ ແລະ ສະພາບການຂອງ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ໄປຄຽງຄູ່ກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ມອບໃຫ້ກະຊວງການເງິນສ້າງແຜນການສັງລວມຊ່ວຍເຫຼືອວິສາຫະກິດ. ກະຊວງອຸດສາຫະກຳ ແລະ ການຄ້າເພີ່ມທະວີການໂຄສະນາ, ເຜີຍແຜ່ເນື້ອໃນຂອງສັນຍາການຄ້າເສລີ 17 ສະບັບ, ຍູ້ແຮງການສົ່ງເສີມການຄ້າໄປຍັງບັນດາຕະຫຼາດໃໝ່ຫຼາຍກວ່າອີກ ແລະ ໜູນຊ່ວຍບັນດາວິສາຫະກິດປັບຕົວກັບຕະຫຼາດໃໝ່, ແຈ້ງຂ່າວສູ່ບັນດາວິສາຫະກິດກ່ຽວກັບນະໂຍບາຍຂອງບັນດາຕະຫຼາດສົ່ງອອກຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ