( ສະພາບໃຊ້ຄວາມຮຸ້ນແຮງທີ່ພວມເກີດຂື້ນຢູ່ ຊີຣີ)
( vov world ) ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມປະຈຳ ອາເມລິກາ ໃຫ້ຂ່າວວາ, ວັນທີ 4 ກຸມພາ ສະພາຄວາມໝັ້ນຄົງສະຫະປະຊາຊາດຈະພິຈາລະນາຮ່າງມະຕິໃໝ່ດ້ວຍຄວາມວັງຈະຢຸດຕິສະພາບໃຊ້ຄວາມຮຸ້ນແຮງທີ່ພວມເກີດຂື້ນຢູ່ ຊີຣີ. ຮ່າງມະຕິນີ້ໄດ້ຮັບການດັດແປງເພື່ອແນໃສ່ຫຼີກລ້ຽງການຄັດຄ້ານຂອງ ອີຣານ. ເອກອັກຄະລັດຖະທູດບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເວົ້າວ່າ, ຮ່າງມະຕິໃໝ່ຈະຖືກສົ່ງໃຫ້ລັດຖະບານຂອງບັນດາປະເທດນີ້ເພື່ອພິຈາລະນາ, ແຕ່ຍັງບໍທັນຮູ້ວ່າ ຮ່າງມະຕິນີ້ຈະໄດ້ຮັບການສະໜັບສະໜູນຂອງ 15 ປະເທດສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຫຼືບໍ່. ວັນທີ 2 ກຸມພາທີ່ຜ່ານມາ, ພາຍຫຼັງກອງປະຊຸມ 3 ຄັ້ງຢ່າງລຽນຕິດ, ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ເປັນເອກະພາບນຳກັນກ່ຽວກັບຮ່າງມະຕິໂດຍສະຫະພັນ ອາຣັບ ແລະ ເອີລົບ ສະໜັບສະໜູນເພື່ອແນໃສ່ຢຸດຕິການປະທະກັນທີ່ນອງເລືອກຢູ່ ຊີຣີ. ລັດເຊຍ, ແມ່ນໜື່ງໃນ 5 ປະເທດປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເວົ້າວ່າ, ປະເທດນີ້ຈະຄັດຄ້ານທຸກຄຳປະໂຫຍດໃດໆໃນຮ່າງມະຕິທີ່ເວົ້າເຖິງການປ່ຽນແປງລະບອບ ຫຼືແຊກແຊງດ້ານການທະຫານຈາກຕ່າງປະເທດຕ້ານ ຊີຣີ.