ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ: ບຸກທະລຸຈາກນະວັດຕະກຳ
(VOVWORLD) - ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີໄຂສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2025 ແລະ ເວທີປາໄສສາກົນ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2025 ດ້ວຍຫົວຂໍ້ “ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ: ບຸກທະລຸຈາກນະວັດຕະກຳ”.
ທ່ານ ຫງວຽນຊິງເຍີດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: tapchicongthuong.vn) |
|
ນີ້ແມ່ນລາຍການສົ່ງເສີມການຄ້າທີ່ມີລັກສະນະພິເສດ, ຍາວນານ ແລະ ໜຶ່ງດຽວລະດັບຊາດ. ທ່ານ ຫງວຽນຊິງເຍີດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
“ນະວັດຕະກຳແມ່ນລູກກຸນແຈໃນການຍົກສູງສະມັດຕະພາບ, ຄຸນນະພາບ, ພ້ອມທັງສ້າງຄວາມແຕກໂຕນແບບຍືນຍົງໃນສະພາບແວດລ້ອມທົ່ວໂລກມີການແກ້ງແຍ້ງຢ່າງຮ້າຍແຮງ. ໃນສະພາບການເຕັກໂນໂລຢີພັດທະນາຢ່າງແຮງ, ເສດຖະກິດດີຈີຕອນແຜ່ຂະຫຍາຍ, ທ່າອ່ຽງໃນການບໍລິໂພກອຸປະໂພກສີຂຽວ, ສະອາດ, ອັດສະລິຍະກໍທີ່ທ່າໄດ້ປຽບກວ່າ, ວິສາຫະກິດ ຫວຽດນາມ ຕ້ອງເປັນເຈົ້າການຮັບມື ແລະ ປະຈັນບານປະດິດຄິດສ້າງ. ດ້ວຍຄວາມເອົາໃຈໃສ່ຂອງລັດ ກໍຄືຄວາມມານະພະຍາຍາມຂອງວິສາຫະກິດ, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນເຂົ້າໃນພາລະກິດຫັນເປັນປະເທດອຸດສາຫະກຳ, ທັນສະໄໝ ຢ່າງແທດຈິງ”.
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: tapchicongthuong.vn) |
ປີ 2024, ຄຸນຄ່າເຄື່ອງໝາຍການຄ້າ ຫວຽດນາມ ໄດ້ຮັບການກຳນົດລາຄາ 507 ຕື້ USD, ຈັດອັນດັບທີ 32 ໃນໂລກ, ເພີ່ມຂຶ້ນ 1 ຂັ້ນ ເມື່ອທຽບໃສ່ປີ 2023.