ເນປານ:ຄວາມຫຍຸ້ງຍາກຫຼາຍຢ່າງສຳລັບບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ

ເນປານ:ຄວາມຫຍຸ້ງຍາກຫຼາຍຢ່າງສຳລັບບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ - ảnh 1
(ພາ​ບ​ປະ​ກອບ​ຈາກ Reuters)

(vovworld) – ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ໃນ​ເຫດ​ການ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ຢູ່ ເນ​ປານ ​ສືບ​ຕໍ່​ເພີ່ມ​ຂຶ້ນ. ຕາມ​ກົມ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ​ປະ​ເທດນີ້ແລ້ວ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ໄດ້​ຂຶ້ນ​ເຖິງ 5.057 ຄົນ ແລະ ຈຳ​ນວນ​ຜູ້​ຮັບ​ບາດ​ເຈັບ​ກໍ່​ຂຶ້ນ​ເຖິງ 11.000 ຄົ​ນ. ເພື່ອ​ອາ​ໄລ​ຫາ​ປະ​ຊາ​ຊົນ ເນ​ປານ ແລະ ຊາວ​ຕ່າງ​ປ​ະ​ເທດ​ທີ່ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ, ເນ​ປານ ​ໄດ້​ຕົກ​ລົງ​ຈັດ​ຕັ້ງ​ພິ​ທີ​ໄວ້​ທຸກ​ລະ​ດັບ​ຊາດ ເປັນ​ເວ​ລາ 3 ວັນ​ນັບ​ແຕ່​ວັນ​ທີ 28/4.

        ປະ​ຈຸ​ບັນ, ກຳ​ລັງ​ກູ້​ໄພ​ກູ້​ຊີບ​ພວມ​ພະ​ຍາ​ຍາມ​ສະ​ໜອງ​ທັນ​ຍາ​ຫານ​ເຖິງ​ບັນ​ດາ​ເຂດ​ຫ່າງ​ໄກ​ຊອກຫຼີກ ຢູ​່​ພູ Himalaya ແຕ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ດິນ​​ເ​ຊາະເຈື​່ອນ. ເຮືອ​ບິນ ເອ​ລີກອບ​ແຕ ໄດ້​ປ່ອຍ​ຕຸບ, ອາ​ຫານ ແລະ ຢຸກ​ຢາ​ລົງ​ບັນ​ດາ​ບ້ານ​​ຢູ່ເຂດ​ຫ່າງ​ໄກ​ຊອກຫຼີກ ແຕ່​ເຂົາ​ເຈົ້າ​ບໍ່​ທັນ​ສຳ​ພັດ​ກັບ​ບັນ​ດາ​ເຂດ​ຖືກຕົກ​ຢູ່​ໂດດ​ດຽວ​ໄດ້. ໃນ​ຂະ​ນະ​ນັ້ນ, ສະ​ພາບ​ຝົນ​ຕົກ​ໜັກ​ຍັງ​​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້ປະ​ຊາ​ຊົນ​ນັບ​ພັນ​ຄົນພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫ​ວ​ກ່​ວາ​ອີກ, ເຮັດ​ໃຫ້​ເຂົາ​ເຈົ້າ​ຕ້ອງນອນ​ກາງ​ດິນ ກິນ​ກາງ​ຊາຍ ໃນ​ສະ​ພາບ​ອາ​ກາດ​ທີ່​ໜາວ​ຈັດ.


ຂ່າວ/ບົດ​ອື່ນ