ເບິ່ງແຍງບັນດາຄອບຄົວທຸກຍາກ, ບັນດາຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມໃນບຸນເຕັດ
ການນຳນະຄອນໂຮ່ຈິມິນໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວທຸກຍາກໃນນະຄອນ |
(vovworld)- ວັນທີ 7/1, ການນຳສະພາກາແດງຫວຽດນາມ ພ້ອມກັບການນຳນະຄອນໂຮ່ຈິມິນໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວທຸກຍາກ, ບັນດາຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມຢູ່ຕາແສງມາເນີ້ຍ, ເມືອງນິງເຊີນ, ແຂວງນິງຖ້ວນ. ນະຄອນໂຮ່ຈິມິນກໍໄດ້ມອບເງິນ 1 ຕື້ດົງໃຫ້ແຂວງນິງຖ້ວນເພື່ອມອບຂອງຂວັນ ແລະ ຊ່ວຍເຫຼືອ ບັນດາຄອບຄົວທຸກຍາກ, ບັນດາຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມໃນໂອກາດບຸນເຕັດ. ສະພາກາແດງຫວຽດນາມກໍໄດ້ມອບຂອງຂວັນ 200 ພູດ, ພູດລະມີມູນຄ່າ 1,1 ລ້ານດົງໃຫ້ແກ່ບັນດາຄອບຄົວທຸກຍາກ, ບັນດາຜູ້ຮັບເຄາະຮ້າຍຈາກສານພິດສີສົ້ມໃນໂອກາດບຸນເຕັດ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.