ເລຂາທິການໃຫຍ່, ປະທານປະເທດ ຈີນ ຈະມາຢ້ຽມຢາມຫວຽດນາມ ທາງລັດຖະກິດ
(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ຈີນ ສີຈິ້ນຜິງຈະມາຢ້ຽມຢາມຫວຽດນາມ ທາງລັດຖະກິດ ໃນລະຫວ່າງວັນທີ 14 – 15 ເມສາ 2025
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: TTXVN)
|
ວັນທີ 11 ເມສາ, ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ໂດຍຕອບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດແຫ່ງ ສສ. ຫວຽດນາມ ເລື່ອງເກືອງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ຈີນ ສີຈິ້ນຜິງຈະມາຢ້ຽມຢາມຫວຽດນາມ ທາງລັດຖະກິດ ໃນລະຫວ່າງວັນທີ 14 – 15 ເມສາ 2025.