ແກ້ໄຂຜົນຮ້າຍຢ່ອນຫຼັງຂອງພາຍຸ Jebi

ແກ້ໄຂຜົນຮ້າຍຢ່ອນຫຼັງຂອງພາຍຸ Jebi  - ảnh 1
         ພາຍຸ Jebi ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມ
(ພາບ: TTXVN)

Vovworld- ຫ້ອງການຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ ແລະ ຫ້ອງການ ຄະນະກຳມະການຊອກຫາ ແລະ ກູ້ໄພແຫ່ງຊາດໃຫ້ຮູ້ວ່າ ໄລຮອດຕອນເຊົ້າວັນທີ 4/8 ພາຍຸ Jebi ​ໄດ້​ເຮັດ​ໃຫ້ 4 ຄົນໄດ້ຮັບບາດເຈັບ, ເຮືອນຊານນັບຮ້ອຍຫຼັງຖືກເປເພ, ເນື້ອທີ່ນາ, ພືດພັນນັບພັນ ແຮັກຕາຖືກນ້ຳຖ້ວມ, ເສົາໄຟຟ້າ, ເສົາອັງແຕນ, ຮາກຖານລ້ຽງສັດນ້ຳຈຳ ນວນໜຶ່ງຖືກທຳລາຍ. ຄາດວ່າຄວາມເສຍຫາຍຢູ່ແຂວງຕ່າງໆຂຶ້ນເຖິງ ຫຼາຍສິບຕື້ດົງ. ສະ​ເພາະ​ຢູ່​ບັນດາ​ແຂວງ​ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໄດ້​ເປັນ​ເຈົ້າ​ການ​ຍົກຍ້າຍ​ປະຊາຊົນ​ໄປ​ຍັງ​ເຂດ​ປອດ​ໄພ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕ້ານ​ພາຍຸ​ນ້ຳ​ຖ້ວມ​ເປັນ​ຢ່າງ​ດີ, ປະກອບ​ສ່ວນ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ ​ແລະ ພືດ​ສຳຮອງ​ຢູ່​ບັນດາ​ເຂດ​ພື້ນ​ທີ່​ຕ່ຳ. 
ຂ່າວ/ບົດ​ອື່ນ