ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ G7

(VOVWORLD) - ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກ (G7) ໄດ້ໄຂຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນ Toronto ຂອງປະເທດ ການາດາ ດ້ວຍຫົວຂໍ້ວ່າ: “ສ້າງໂລກແຫ່ງຄວາມໝັ້ນຄົງ ແລະ ສັນຕິພາບກ່ວາ”.
ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ G7 - ảnh 1ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ G7 (ພາບ:AFP/TTXVN )

ກອງປະຊຸມດຳເນີນເປັນເວລາ 3 ວັນ ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບບັນດາປະເທດ G7 ພ້ອມດ້ວຍບັນດາປະເທດຄູ່ຮ່ວມມື ແລະ ແຂກຖືກເຊີນຫລາຍຄົນ.

        ໃນວັນທີ 22 ແລະ 23 ເມສາ, ໄດ້ດຳເນີນກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ ດ້ວຍ 9 ວາລະປະຊຸມກ່ຽວກັບ ລັດເຊຍ, ຢູແກຼນ, ຈີນ ແລະ ບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ມຽນມາ, ເວເນຊູເອລາ, ບັນດາສະຖານທີ່ເຄັ່ງຮ້ອນຢູ່ຕາເວັນອອກກາງ, ສະກັດກັ້ນການປະທະກັນ, ຄວາມໝັ້ໜຄົງທາງອິນເຕີແນັດ, ຕ້ານການກໍ່ການຮ້າຍ…ວັນທີ 24 ເມສາ ຈະດຳເນີນ 4 ວາລະປະຊຸມຂອງບັນດາລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ຄວບຄຸມບັນດາສິ່ງທ້າທາຍຕໍ່ຄວາມສະຫງົບປອດໄພຢູ່ພາຍໃນປະເທດ, ຄວາມໝັ້ນຄົງທາງອິນເຕີແນັດ ແລະ ສະກັດກັ້ນການກໍ່ການຮ້າຍທາງອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ