Maltaຢາກເພີ່ມທະວີການຮ່ວມມືມິດຕະພາບກັບຫວຽດນາມໃນຫຼາຍຂົງເຂດ
ທ່ານນາງ Marie Louise Preca ຕ້ອນຮັບ ທ່ານ ກາວຈີງທຽດ
(ພາບ: vietnam+)
(Vovworld) – ໃນວັນທີ 10 ມີນາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ ຫວຽດນາມ ປະຈຳ ສະທາລະນະລັດ ອີຕາລີ, ທັງຮັບຜິດຊອບກ່ຽວກັບສາທາລະນະລັດ Malta ທ່ານ ກາວຈີງທຽດ ຍື່ນສານມອບພາລະ ໃຫ້ປະທານາທິບໍດີ Malta, ທ່ານນາງ Marie Louise Preca ທີ່ນະຄອນ Valetta (Malta). ໃນການຕ້ອນຮັບ ພາຍຫຼັງ ພິທີຍື່ນສານມອບພາລະ, ທ່ານເອກອັກຄະລັດຖະທູດ ກາວຈີງທຽດ ໄດ້ແຈ້ງໃຫ້ ທ່ານ ປະທານາທິບໍດີ ນາງ Marie Louise Preca ຊາບບັນດາຜົນງານ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ ທີ່ຫວຽດນາມ ບັນລຸໄດ້ໃນໄລຍະເວລາອັນໃກ້ນີ້, ກໍ່ຄືເປົ້າໝາຍ ແລະ ຍຸດທະສາດ ການພັດທະນາປະເທດຊາດ ໃນໄລຍະທີ່ຈະມາເຖີງ. ທ່ານເອກອັກຄະລັດຖະທູດ ກາວຈີງທຽດ ສະເໜີ ລັດຖະບານ Malta ຊ່ວຍໜູນສະໜອງທຶນສຶກສາໃຫ້ນັກສອກສາ ຫວຽດນາມ ຢູ່ Malta, ສ້າງປະຖົມປັດໃຈກ່ຽວກັບຊັບພະຍາກອນມະນຸດ ເມື່ອຊຸກຍູ້ການພົວພັນດ້ານການຄ້າໃນອະນາຄົດ. ຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ກາວຈີງທຽດ ຍັງຖືວ່າ: ສອງປະເທດຈຳເປັນຕ້ອງຊຸກຍູ້, ແລກປ່ຽນ ຄະນະການນຳຂັ້ນສູງໃນໄລຍະທີ່ຈະມາເຖິງ.
ສ່ວນ ທ່ານ ປະທານາທິບໍດີ ນາງ Marie Louise Preca ຢັ້ງຢືນວ່າ: ບັນດາອົງການກ່ຽວຂ້ອງຂອງສາທາລະນະລັດ Malta ຈະຊ່ວຍໜູນຈົນສຸດຄວາມສາມາດ ເພື່ອໃຫ້ ທ່ານເອກອັກຄະລັດຖະທູດ ກາວຈີງທຽດ ສາມາດປະຕິບັດສຳເລັດ ບັນດາແຜນການຮ່ວມມືສອງຝ່າຍ ໃນໄລຍະຈະມາເຖິງ.