ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

(VOVWORLD) - ເມື່ອເດືອນເມສາ ວຽນມາ, ໃນບັນຍາກາດຄືກຄື້ນມ່ວນຊື່ນຂອງຊຸມວັນທຳອິດຂອງປີໃໝ່ໄລຍະພຸດທະສັກກະລາດ, ປະຊາຄົມນັກສຶກສາ ລາວ ຢູ່ ຫວຽດນາມ ກໍພາກັນກະກຽມຈັດຕັ້ງບຸນປີໃໝ່ ດ້ວຍຄວາມກະຕືລືລົ້ນ. ປີ 2025, ບຸນປີໃໝ່ລາວ ພສ 2568 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ  ຢູ່ ຫວຽດນາມ ເຕົ້າໂຮມກັນຈັດງານບຸນ ແລະ ເຈືອຈານກັບບັນຍາກາດຢູ່ທາງບ້ານເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານອັນມີຊີວິດຊີວາຂອງນ້ຳໃຈສາມັກຄີກະຕຸກຊຸກຍູ້ກັນຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໄວໜຸ່ມລາວ ອີກດ້ວຍ.
ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ - ảnh 1ເດີ່ນຫໍພັກນັກສຶກສາລາວ ທີ່ມະຫາວິທະຍາໄລເສດຖະຫິດແຫ່ງຊາດ, ຮ່າໂນ້ຍ ໄດ້ຮັບການປະດັບປະດາເຕັມໄປດ້ວຍສີສັນ

ຕອນແລງຂອງມື້ໜຶ່ງກາງເດືອນເມສາ ທີ່ຮ່າໂນ້ຍ, ຢູ່ເດີ່ນຫໍພັກນັກສຶກສາລາວ ທີ່ມະຫາວິທະຍາໄລເສດຖະຫິດແຫ່ງຊາດ, ຮ່າໂນ້ຍ ພັດໄດ້ຮັບການປະດັບປະດາເຕັມໄປດ້ວຍສີສັນ ແລະ ຄືກຄື້ນມ່ວນຊື່ນກວ່າປົກກະຕິ. ຄົນລະໄມ້ຄົນລະມື, ບັນດາເພື່ອນຜູ້ຊາຍກໍພາກັນຈັດໂຕະຕັງ, ກວດກາເຄື່ອງສຽງ, ວາງອາຫານເຄື່ອງດື່ມຂຶ້ນໂຕະ ເຊັ່ນ ລາບ, ເຂົ້າໜຽວ, ຊະລາດ, ປາໜຶ້ງໝາກນາວ, ຕ່ຳໝາກຮຸ່ງ ມີຄົບ. ສ່ວນບັນດານັກສຶກສາຍິງນຸ່ງຊຸດສິ້ນໄໝ ພ້ອມດ້ວຍດອກຈຳປາໜິບໃສ່ຜົມຍິ່ງເຮັດໃຫ້ເຂົາເຈົ້າມີຄວາມງາມແບບສະເໜ່ ກໍໄດ້ກຽມພ້ອມຕ້ອນຮັບຄູອາຈານ, ການນຳສະຖານທູດ ແລະ ບັນດາໝູ່ເພື່ອນ ຫວຽດນາມ ມາເຂົ້າຮ່ວມບຸນປີໃໝ່ລາວ ພສ 2568.

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ - ảnh 2ນັກສຶກສາລາວໃນຊຸດອາພອນປະຈຳຊາດ

 “ພວກນ້ອງໄດ້ກະກຽມງານແຕ່ເດືອນແລ້ວ ນັບທັງຄົນ, ສະຖານທີ່, ອາຫານ, ກະກຽມທຸກຢ່າງ ເພື່ອໃຫ້ງານມື້ນີ້ໄດ້ອອກມາຢ່າງສຳເລັດ. ເຖິງວ່າພວກນ້ອງເປັນນັກສຶກສາ, ງົບປະມານໃນການໃຊ້ຈ່າຍບໍ່ຫຼາຍ ແຕ່ພວກນ້ອງກໍເຮັດອາຫານໃຫ້ອອກມາໄດ້ດີທີ່ສຸດ, ຄືລາບແມ່ນຕ້ອງມີ. ລາບສື່ເຖິງຄວາມໂຊກດີ, ລາບລື່ນ”.

 “ພວກນ້ອງຈະພາກັນຕື່ນແຕ່ເຊົ້າ ເພື່ອໄປຕະຫຼາດ, ຈັດໂຕະຈັດຕັ່ງ, ຂົ້ວກິນ ແລະ ຊ່ວຍເຫຼືອກັນແຕ່ເຊົ້າຈຳແລງຈົນງານເລີກ. ນ້ອງຮູ້ສຶກດີໃຈ ແລະ ອົບອຸ່ນຫຼາຍ ທີ່ໝູ່ເພື່ອນໄດ້ຕັ້ງໜ້າຕັ້ງຕາສາມັກຄີກັນເຮັດ”

ບຸນປີໃໝ່ ພສ 2568 ໄດ້ດຳເນີນແຕ່ວັນທີ 13 – 15 ເມສາ 2025. ໃນວັດທະນະທຳອັນເປັນມູນເຊື້ອຂອງລາວ, ບຸນປີໃໝ່ ຈະມີຫຼາຍກິດຈະກຳຄື ໄປວັດໃສ່ບາດຍາດນ້ຳສົງນ້ຳພະ; ຫົດນ້ຳ, ຕົບພະທາດຊາຍ, ປ່ອຍສັດ... ແຕ່ມີພິທີໜຶ່ງທີ່ຂາດບໍ່ໄດ້ໃນໂອກາດນີ້ ນັ້ນແມ່ນພິທີບາສີສູ່ຂວັນ, ມັດແຂນອວຍພອນເຊິ່ງກັນ ແລະ ກັນ.

ຕາມຮີດຄອງປະເພນີຂອງຄົນລາວເຊື່ອວ່າ ຄົນເຮົາມີ 32 ຂວັນຕາມຕົວຮ່າງກາຍຂອງຄົນເຮົາ. ໃນແຕ່ລະປີ, ເຮົາອາດຈະເຮັດຂວັນຕົກເຮ່ຍເສຍຫາຍ, ຫຼືມີເລື່ອງໂສກເສົ້າເສຍໃຈ, ສະນັ້ນ, ໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເຮົາກໍເຮັດພິທີບາສີສູ່ຂວັນເພື່ອເອີ້ນຂວັນຂອງເຮົາກັບຄືນມາ ເພື່ອໃຫ້ກຳລັງໃຈໃນຊີວິດ ແລະ ຕ້ອນຮັບປີໃໝ່ດ້ວຍສຸຂະພາບເຂັ້ມແຂງ, ຄົບຖ້ວນ, ສົມບູນພູນສຸກ. ດັ່ງນັ້ນ, ບັນດາເພື່ອນນັກສຶກສາລາວ ໄດ້ແບ່ງກັນຫ້າງຫາກະກຽມເຄື່ອງບູຊາໃຫ້ເປັນຢ່າງດີທີ່ສຸດ. ເພື່ອນ ບົວວອນ ພັນທະບົວສີ ພວມຮຽນຕໍ່ປະລິນຍາໂທຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ, ນັກສຶກສາລາວ 148 ຄົນ ໄດ້ພ້ອມກັນນັ່ງພັບໃບຕອງກວ້ຍເພື່ອເຮັດໝາກເບັງ, ເປັຍຝ້າຍມັດແຂນ ແລະ ກະກຽມພາຂວັນ.

  “ໃນການກະກຽມພາຂວັນ, ຝ້າຍມັດແຂນ, ໝາກເບັງ, ພວກນ້ອງກໍປະສົບກັບຄວາມຫຍຸ້ງຍາກພໍສົມຄວນ ເພາະວ່າຊື້ເຄື່ອງຢູ່ ຫວຽດນາມ ບໍ່ຄົບ. ແຕ່ພວກນ້ອງກໍພະຍາຍາມກະກຽມດ້ວຍສຸດຄວາມສາມາດ ແລ້ວພາກັນເຮັດແຕ່ເຊົ້າຈົນຄ່ຳ”.

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ - ảnh 3ພິທີບາສີສູ່ຂວັນ

ເພື່ອນ ພອນວິໄລ ອິນທະເສັນ ພວມຮຽນຕໍ່ປະລິນຍາໂທຢູ່ມະຫາວິທະຍາໄລຄົມມະນາຄົມ - ຂົນສົ່ງ ຮ່າໂນ້ຍ ຖືກເຊີນມາເປັນໝໍພອນ, ຜູ້ດຳເນີນພິທີບາສີສູ່ຂວັນ ແລະ ມັດແຂນໃນບຸນປີໃໝ່ນີ້ ໃຫ້ຮູ້ວ່າ:

“ບັນດານັກສຶກສາເປັນຜູ້ກະກຽມພາຂວັນດ້ວຍຕົນເອງ. ເຂົາເຈົ້າເຮັດໄດ້ດີ ແລະ ຄົບຖ້ວນຫຼາຍ. ຂ້າພະເຈົ້າບໍ່ຕ້ອງແນະນຳຫຍັງເລີຍ, ເພາະວ່າແຕ່ຄາວຍັງນ້ອຍຈົນຮອດເມື່ອໃຫຍ່ຂຶ້ນມາ, ເຂົາເຈົ້າຮູ້ ແລະ ເຂົ້າໃຈແຈ້ງວ່າ ພາຂວັນລວມມີຫຍັງແດ່ແລ້ວ”.

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ - ảnh 4ເພື່ອນ ບົວວອນ ພັນທະບົວສີ  ມັດແຂນ ແລະ ສົ່ງບັນດາຄຳອວຍພອນອັນດີງາມມາຍັງຄູອາຈານໃນໂອກາດບຸນປີໃໝ່ລາວ 

ເພື່ອນ ພອນວິໄລ ອິນທະເສັນ ແບ່ງປັນຕື່ມອີກວ່າ, ໃນຮີດຄອງປະເພນີຂອງລາວ, ໝໍພອນມີບົດບາດສຳຄັນຍິ່ງ. ໃນທຸກການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອບໍ່ວ່າໜ້ອຍ ຫຼື ໃຫຍ່ ລ້ວນແຕ່ຕ້ອງມີໝໍພອນ. ສຳລັບນັກສຶກສາລາວ ເມື່ອໄປຮຽນຢູ່ຕ່າງປະເທດຢາກຈັດງານບຸນ ແລະ ກິດຈະກຳຕາມຮີດຄອງປະເພນີຂອງລາວ ແມ່ນຍາກທີ່ສຸດ, ເພາະວ່າບໍ່ມີໝໍພອນ. ດັ່ງນັ້ນ, ລາວໄດ້ຕັດສິນໃຈຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ ເພື່ອກາຍເປັນໝໍພອນ. ເຖິງວ່າຍາກກໍຕາມ ແຕ່ລາວກໍຝຶກເປັນແລ້ວ.

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ - ảnh 5ເພື່ອນ ພອນວິໄລ ອິນທະເສັນ ດຳເນີນພິທີບາສີສູ່ຂວັນ

“ເພື່ອກາຍເປັນໝໍພອນ, ທຳອິດພວກເຮົາຕ້ອງມີຄວາມພາກພູມໃຈຕໍ່ວັດທະນະທຳຂອງຊາດເຮົາ, ເວລານັ້ນ ເຮົາບໍ່ຢາກໃຫ້ມັນຖືກສູນເສຍໄປ. ທີສອງແມ່ນ ພວກເຮົາຕ້ອງມີຄວາມເປັນເຈົ້າການໃນການຝຶກຝົນຫຼໍ່ຫຼອມເຈົ້າຂອງ. ຂ້າພະເຈົ້າເຊື່ອໝັ້ນວ່າ ທຸກຄົນສາມາດເຮັດເປັນໝົດ. ຂ້າພະເຈົ້າກໍຫວັງວ່າ ຈະສືບທອດໃຫ້ນັກສຶກສາລຸ້ນຫຼັງ ເພື່ອສາມາດຮັກສາ ແລະ ເສີມຂະຫຍາຍການຈັດບັນດາກິດຈະກຳວັດທະນະທຳຂອງຊາດຕົນຢູ່ຕ່າງປະເທດ. ການຮັກສາ, ກະຕຸກຊຸກຍູ້ສົ່ງເສີມ ແລະ ເຜີຍແຜ່ຄຸນຄ່າວັດທະນະທຳຂອງຊາດຕົນໃຫ້ເພື່ອນມິດໃນໂລກນັ້ນ ແມ່ນຄວາມຮັບຜິດຊອບຂອງປະຊາຊົນໃນຊາດທຸກຄົນ ບໍ່ສະເພາະແຕ່ຄົນຢູ່ພາຍໃນປະເທດ ຫຼື ພວມຮ່ຳຮຽນ, ເຮັດວຽກຢູ່ຕ່າງປະເທດ”.

 

ບໍ່ພຽງແຕ່ຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍເທົ່ານັ້ນ, ບັນດານັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ລ້ວນແຕ່ຈັດຕັ້ງການເຄື່ອນໄຫວສະຫຼອງສະຫຼອງປີໃໝ່ລາວ ເຊັ່ນດຽວກັນ. ພວກເຮົາສາມາດຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈຕໍ່ປະເທດ, ນ້ຳໃຈຮັກສາ, ຄວາມສາມັກຄີ, ຄວາມເປັນເຈົ້າການ ແລະ ຕັ້ງໜ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳຂອງເຂົາເຈົ້າຜ່ານສີໜ້າທີ່ຍິ້ມແຍ້ມແຈ່ມໃສຕ້ອນຮັບແຂກ, ວິທີຈັບມືກົມຫົວທັກທາຍສະບາຍດີ, ຜ່ານການສົ່ງຄຳອວຍພອນອັນດີງາມໃຫ້ກັນ ຫຼື ຜ່ານວາດຟ້ອນລຳວົງ, ຊຸດສິ້ນໄໝທີ່ເປັນມູນເຊື້ອ ຕະຫຼອດຮອດບັນດາເຍື່ອງອາຫານທີ່ເຂົາເຈົ້າໄດ້ກະກຽມໃນງານບຸນ. ເພື່ອນ ປຣາວິວັດ ໂອນຸສອນ ຫົວໜ້າຄະນະນັກສຶກສາລາວ ຢູ່ ມະຫາວິທະຍຸໄລເສດຖະກິດແຫ່ງຊາດ ແບ່ງປັນວ່າ: ພວກເພື່ອນມີຄວາມໂຊກດີຫຼາຍເມື່ອໄດ້ສຶກສາຮ່ຳຮຽນຢູ່ ຫວຽດນາມ, ໄດ້ຮັບຄວາມເອົາໃຈໃສ່, ການສ້າງເງື່ອນໄຂຈາກການນຳໂຮງຮຽນ, ສະຖານທູດ ໃນການຈັດບັນດາກິດຈະກຳວັດທະນະທຳ, ໄດ້ພົບປະແລກປ່ຽນ, ໂຄສະນາເຜີຍແຜ່ວັດທະນະທຳຂອງຊາດຕົນກັບບັນດາເພື່ອນມິດ ຫວຽດນາມ ແລະ ສາກົນ. ມູນເຊື້ອນີ້ ຈະສືບຕໍ່ໄດ້ຮັບການສືບທອດ ແລະ ທະວີຄູນໃນໝູ່ນັກສຶກສາລາວລຸ້ນຕ່າງໆທີ່ມາຮຽນຢູ່ ຫວຽດນາມ./.

       

ຕອບກັບ

ຂ່າວ/ບົດ​ອື່ນ