ນະໂຍບາຍພາສີ ອາເມລິກາ: ອາຊຽນ ຊອກຫາວິທີເຈລະຈາ, ບໍ່ໂຕ້ຕອບ
(VOVWORLD) - ຈະບໍ່ນຳໃຊ້ມາດຕະການຮັບມືກັບນະໂຍບາຍພາສີໃໝ່ຂອງ ອາເມລິກາ. ແທນທີ່ນັ້ນ, ອາຊຽນ ຮຽກຮ້ອງການເຈລະຈາໂດຍກົງເພື່ອແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບການຄ້າ.
Logo ASEAN 2025 (ພາບ: VOV) |
ວັນທີ 10 ເມສາ, ອາຊຽນ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 12 ຢູ່ Kuala Lumpur (ມາເລເຊຍ), ໂດຍຢັ້ງຢືນວ່າ ຈະບໍ່ນຳໃຊ້ມາດຕະການຮັບມືກັບນະໂຍບາຍພາສີໃໝ່ຂອງ ອາເມລິກາ. ແທນທີ່ນັ້ນ, ອາຊຽນ ຮຽກຮ້ອງການເຈລະຈາໂດຍກົງເພື່ອແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບການຄ້າ. ຖະແຫຼງການເນັ້ນໜັກເຖິງການພົວພັນຄູ່ຮ່ວມມືອັນຍາວນານລະຫວ່າງ ອາຊຽນ ແລະ ອາເມລິກາ, ເຊິ່ງສວມບົດບາດສຳຄັນໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຕີບໂຕເສດຖະກິດໃນພາກພື້ນ. ປັດຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 5 ຂອງ ອາເມລິກາ, ໃນຂະນະທີ່ ອາເມລິກາ ຍັງມີແຫຼ່ງລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ກວ່າໝູ່ ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ອາຊຽນ. ອາຊຽນ ໃຫ້ຄຳໝັ້ນສັນຍາ ຮັກສາການຮ່ວມມືດ້ານເສດຖະກິດກັບ ອາເມລິກາ ຢ່າງແໜ້ນແຟ້ນ ໂດຍຜ່ານບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນເພື່ອຊອກຫາບັນດາມາດຕະການຕ່າງຝ່າຍຕ່າງມີຜົນປະໂຫຍດ.