ສິງ​ກະ​ໂປ ຖະ​ແຫຼງ​ຍຸບ​ເລີກສະ​ພາ​ແຫ່ງ​ຊາດ, ເປີດ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

(VOVWORLD) - ວັນສະເໜີອອກສະໝັກເລືອກຕັ້ງໄດ້ກຳນົດຈັດຂຶ້ນໃນວັນທີ 23 ເມສາ ແລະ ຄາດວ່າຄຳສັ່ງເລືອກຕັ້ງ ຈະໄດ້ຮັບການປະກາດໃຊ້ໃນໄວໆນີ້.
ສິງ​ກະ​ໂປ ຖະ​ແຫຼງ​ຍຸບ​ເລີກສະ​ພາ​ແຫ່ງ​ຊາດ, ເປີດ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ - ảnh 1ຫໍສະພາແຫ່ງຊາດ ສິງກະໂປ (ພາບ: CNA)

ວັນທີ 15 ເມສາ, ທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam ໄດ້ຖະແຫຼງຍຸບເລີກສະພາແຫ່ງຊາດ, ເປີດທາງໃຫ້ແກ່ການເລືອກຕັ້ງທົ່ວປະເທດຢ່າງເປັນທາງການໃນໄລຍະຈະມາເຖິງ. ວັນສະເໜີອອກສະໝັກເລືອກຕັ້ງໄດ້ກຳນົດຈັດຂຶ້ນໃນວັນທີ 23 ເມສາ ແລະ ຄາດວ່າຄຳສັ່ງເລືອກຕັ້ງ ຈະໄດ້ຮັບການປະກາດໃຊ້ໃນໄວໆນີ້.

        ສະພາແຫ່ງຊາດຊຸດທີ XIV ເລີ່ມແຕ່ວັນທີ 24 ສິງຫາ 2020, ແມ່ນສະໄໝສະພາແຫ່ງຊາດຍາວອັນດັບທີ 2 ໃນປະຫວັດສາດ ສິງກະໂປ. ພັກກະທຳປະຊາຊົນ (PAP) ກຳສິດອຳນາດໄດ້ກວ່າ 61% ຈຳນວນບັດເລືອກຕັ້ງໃນປີ 2020 ແລະ ຈະຕ້ອງປະເຊີນໜ້າກັບການແກ້ງແຍ້ງຮອບດ້ານຈາກບັນດາພັກຝ່າຍຄ້ານ, ລວມທັງພັກກຳມະກອນ (WP) ແລະ ພັກກ້າວໜ້າ ສິງກະໂປ (PSP), ໃນຈຳນວນທັງໝົດ 97 ບ່ອນນັ່ງ ຂຶ້ນກັບ 33 ເຂດເລືອກຕັ້ງ. ບັນດາເຂດເລືອກຕັ້ງໄດ້ແບ່ງເປັນ 18 ເຂດຕາງໜ້າກຸ່ມ (GRC) ແລະ 15 ເຂດເລືອກຕັ້ງສະມາຊິກຕ່າງຫາກ (SMC). ບັນດາຄວາມສົນໃຈຕົ້ນຕໍຂອງຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງທົ່ວປະເທດຄັ້ງຈະມາເຖິງນີ້ ລວມມີ: ຄ່າໃຊ້ຈ່າຍໃນການດຳເນີນຊີວິດ, ຮັບປະກັນວຽກເຮັດງານທຳ ແລະ ສະພາບວ່າງງານ.

ນັກສຶກສາ VOV ປະຈຳ ໄທ


ຕອບກັບ

ຂ່າວ/ບົດ​ອື່ນ