62.000 ຄົນເສຍຊີວິດ ແລະ ຫາຍສາບສູນຍ້ອນການປະທະກັນຢູ່ເຂດ ກາຊາ
(VOVWORLD) - ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ເຂດ ກາຊາ ແຕ່ວັນທີ 07 ຕຸລາ 2023 ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 51.000 ຄົນ, ຜູ້ຫາຍສາບສູນ 11.000 ຄົນ.
ມີກວ່າ 2 ລ້ານຄົນ, ເທົ່າກັບ 90% ຈຳນວນປະຊາກອນຢູ່ເຂດ ກາຊາ, ທີ່ມີເຮືອນຊານຖືກທຳລາຍ, ຕ້ອງໄປອົບພະຍົບ
(ພາບ: AFP)
|
ບັນດາການບຸກໂຈມຕີທີ່ແກ່ຍາວເປັນເວລາເກືອບ 18 ເດືອນຜ່ານມາຂອງກອງທັບ ອິດສະຣາແອັນ ແນໃສ່ເຂດ ກາຊາ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອີນຊີ ແລະ ເສດຖະກິດປະຊາຊົນ ປາແລັດສະຕິນ.
ວັນທີ 18 ເມສາ, ຫ້ອງວ່າການສື່ສານຂອງລັດຖະບານ ປາແລັດສະຕິນ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ເຂດ ກາຊາ ແຕ່ວັນທີ 07 ຕຸລາ 2023 ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 51.000 ຄົນ, ຜູ້ຫາຍສາບສູນ 11.000 ຄົນ.ໃນຈຳນວນຜູ້ເສຍຊີວິດ, ມີເດັກນ້ອຍ ແລະ ແມ່ຍິງກວ່າ 30.000 ຄົນ. ມີກວ່າ 2 ລ້ານຄົນ, ເທົ່າກັບ 90% ຈຳນວນປະຊາກອນຢູ່ເຂດ ກາຊາ, ທີ່ມີເຮືອນຊານຖືກທຳລາຍ, ຕ້ອງໄປອົບພະຍົບ ແລະ ພວມປະເຊີນໜ້າກັບເງື່ອນໄຂດຳລົງຊິດທີ່ຮ້າຍແຮງທີ່ສຸດ.
ລັດຖະບານ ອິດສະຣາແອັນ ຍັງບໍ່ທັນຍົກອອກຄຳວິຈານກ່ຽວກັບຕົວເລກໂດຍ ຫ້ອງວ່າການສື່ສານຂອງລັດຖະບານ ປາແລັດສະຕິນ ປະກາດເທື່ອ. ໃນຂະນະນັ້ນ, ມີຫຼາຍແຫຼ່ງຂ່າວໃຫ້ຂໍ້ສັງເກດວ່າ ຕົວເລກດັ່ງກ່າວແມ່ນໜ້າຊັດເຈນ.