ກວດກາການປະຕິບັດມະຕິສູນກາງພັກຄັ້ງທີ4ຊຸດທີ11ຢູ່ນະຄອນໂຮ່ຈິມີນ

ກວດກາການປະຕິບັດມະຕິສູນກາງພັກຄັ້ງທີ4ຊຸດທີ11ຢູ່ນະຄອນໂຮ່ຈິມີນ - ảnh 1
ປັບປຸງພັກຕາມມະຕິສູນກາງພັກຄັ້ງທີ 4 ຊຸດທີ 11
ພາບປະກອບ:internet


(vovworld)- ວັນ​ທີ 18/8, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະນະ​ກວດກາ​ຂອງ​ກົມ​ການ​ເມືອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມີນ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ: ວຽກ​ງານ​ກໍ່ສ້າງ​ພັກ, ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​, ຍູ້​ຄວາມ​ເສື່ອ​ມ​ເສຍ​ກ່ຽວ​ກັບ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດຂອງ​ພະນັກງານ, ສະມາຊິກ​ພັກ​ຈຳນວນ​ຫນຶ່ງ​​ໃຫ້​ຖອຍ​ໄປ ແມ່ນ​ຫນ້າ​ທີ່​ການ​ເມືອງ​ຫລັກ​ແຫ​ລ່ງ, ຕ້ອງ​ເອົາ​ໃຈ​ໃສ່, ປະຕິບັດ​ເປັນ​ປະຈຳ ​ແລະ  ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ. ທ່ານ​ນາຍົກລັດຖະ​​ມົນຕີ ສະ​ເຫ​ນີ: ຄະນະ​ປະຈຳ​ຄະນະ​ພັກ​ຄວນ​ສຸມ​ໃສ່​ຊີ້​ນຳ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ດີ​ກວ່າ​ເກົ່າ,ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ.

ຂ່າວ/ບົດ​ອື່ນ