ກອງທັບເຮືອສອງປະເທດ ຫວຽດນາມ ແລະ ຈີນ ພົບປະແລກປ່ຽນ ແລະ ລາດຕະເວນຮ່ວມ
(VOVWORLD) - ວັນທີ 10 ເມສາ, ກອງກ່ຳປັ່ນປ້ອງກັນລູກສອນໄຟ 015 - ເຈິ່ນຮຶງດ້າວ ແລະ 016 ກວາງຈູງ ໄດ້ເດີນທາງຈາກທ່າກ່ຳປັ່ນ ກາມແຣງ, ແຂວງ ແຄັງຮວ່າ ຫວຽດນາມ ມາຮອດທ່າກ່ຳປັ່ນທະຫານ ໄບຫາຍ, ແຂວງ ກວາງຊີ, ຈີນ ເພື່ອປະຕິບັດການພົບປະແລກປ່ຽນ ແລະ ລາດຕະເວນຮ່ວມຢູ່ທະເລ, ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທິ 9 ທີ່ຈະດຳເນີນແຕ່ວັນທີ 16 – 17 ເມສາ.
ທ່ານພັນໂທ ກາວວັນເຢີນ, ຫົວໜ້າບັນນາທິການໜັງສືພິມກອງທັບເຮືອ (ພາບ: VOV) |
ຕາງໜ້າເຫຼົ່າທັບທະຫານເຮືອ, ທ່ານພັນໂທ ກາວວັນເຢີນ, ຫົວໜ້າບັນນາທິການໜັງສືພິມກອງທັບເຮືອ ໃຫ້ຮູ້ວ່າ:
“ການເຄື່ອນໄຫວຄັ້ງນີ້ ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກອງກ່ຳປັ່ນປ້ອງກັນລູກສອນໄຟ 015 - ເຈິ່ນຮຶງດ້າວ ແລະ 016 ກວາງຈູງ ເພື່ອໄປຢ້ຽມຢາມ ແລະ ພົບປະແລກປ່ຽນກັບກອງທັບເຮືອປະເທດເພື່ອນມິດ ແລະ ພ້ອມກັບທະຫານເຮືອເຂດທະຫານເຮືອພາກໃຕ້ປົດປ່ອຍປະຊາຊົນ ຈີນ ຈັດກິດຈະກຳລາດຕະເວນຮ່ວມຄັ້ງທີ 38 ໃນເຂດທະເລອ່າວໂຕນກິນ (Tonkin) ຕາມກົນໄກເຊິ່ງສອງຝ່າຍໄດ້ເອກະພາບກັນໃນຫຼາຍປີຜ່ານມາ”.
ພະນັກງານ, ລູກເຮືອກ່ຳປັ່ນປ້ອງກັນລູກສອນໄຟ 015 - ເຈິ່ນຮຶງດ້າວ ລາຍການສະພາບການກ່ອນອອກເດີນທາງ (ພາບ: qdnd.vn) |
ການປະຕິບັດງານຂອງກ່ຳປັ່ນ 2 ລຳດັ່ງກ່າວໄດ້ດຳເນີນແຕ່ວັນທີ 10 – 19 ເມສາ, ດ້ວຍ 8 ເນື້ອໃນເຄື່ອນໄຫວຕົ້ນຕໍ. ກ່ຽວກັບການປະຕິບັດການລາດຕະເວນຮ່ວມ, ທ່ານພັນໂທ ກາວວັນເຢິນ ໃຫ້ຮູ້ຕື່ມອີກວ່າ:
“ໄລຍະລາດຕະເວນຮ່ວມໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ເມສາ. ສອງກອງກ່ຳປັ່ນຂອງສອງປະເທດຈະດຳເນີນການເຄື່ອນໄຫວຈາກທ່າກ່ຳປັ່ນ ໄບຫາຍ ຮອດບ່ອນລາດຕະເວນຮ່ວມ, ຕາມຈຸດພິກັດທີ່ໄດ້ເອກະພາບກັນແລ້ວ. ຫຼັງຈາກນັ້ນກໍ່ດຳເນີນຕາມເລນລາດຕະເວນ. ໃນວິວັດການດັ່ງກ່າວຈະສົມທົບກັບການຝຶກຊ້ອມເຄື່ອນໄຫວໃນເສັ້ນທາງທະເລຍາວແຕ່ອ່າວໂຕນກິນ ຈົນຮອດທ່າກ່ຳປັ່ນ ກາມແຣງ.”
ທະຫານເຮືອ ຫວຽດນາມ ອອກເດີນທາງໄປເຂົ້າຮ່ວມການພົບປະແລກປ່ຽນ (ພາບ: qdnd.vn) |
ການລາດຕະເວນຮ່ວມຢູ່ເຂດທະເລອ່າວໂຕນກິນ ກັບກອງທັບເຮືອຂອງ ຈີນ ແມ່ນໜ້າທີ່ການເມືອງສຳຄັນຂອງກອງທັບເຮືອ ຫວຽດນາມ.