ການຍິງປືນຢູ່ອາເມລິກາ ເຮັດໃຫ້ຫຼາຍຄົນເສຍຊີວິດ

ການຍິງປືນຢູ່ອາເມລິກາ ເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1
ສະຖານ​ທີ່​ເກີດ​ເຫດ
(ພາບ: usnews.nbcnews.com)
(vovworld) - ວັນ​ທີ 13/06, ມີ​ຜູ້​ຊາຍ 2 ຄົນ​ ແລະ ຜູ້ຍິງ 2 ຄົນຖືກ​ເສຍ​ຊີວິດ ​ໃນ​ເຫດ​ການ​ຍິງ​ປືນ​ຢູ່​ສຳນັກງານ​ກອງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ Cherokee ຢູ່​ນະຄອນ St. Louis ຂຶ້ນ​ກັບ​ລັດ​ Missouri ຂອງ​ອາ​ເມ​ລິ​ກາ. ​ໂຄສົກ​ຂອງ​ກອງ​ບັນຊາ​ການຕຳຫຼວດນະຄອນ St. Louis, ທ່ານ Schron Jackson ​ໃຫ້​ຮູ້​ວ່າ ຕຳຫຼວດ​ໄດ້​ຊອກ​ເຫັນ​ສົບ 4 ຄົນ ​ໃນ​ເກນ​ອາຍຸ​ແຕ່ 40 – 50 ປີ ​ແລະ ປືນ 1 ກະບອກຢູ່ສະຖານ​ທີ່​ເກີດ​ເຫດ. ຜູ້ຍິງ​ປືນ​ໄດ້​ຍິງ 3 ຄົນຕາຍ, ຫຼັງ​ຈາກ​ນັ້ນ​​ໄດ້ຂ້າຕົວ​ຕາຍ. ທ່ານ​ໃຫ້​ຮູ້​ຕື່​ມອີກ​ວ່າ ປະຈຸ​ບັນ​ຍັງ​ບໍ່​ທັນ​ກຳນົດ​ໄດ້​ເຫດຜົນ​ຂອງ​ການຍິງ​ປືນ.
ຂ່າວ/ບົດ​ອື່ນ