ການເຈລະຈາ ອາຊຽນ - ອີນເດຍ ຄັ້ງທີ 4

( vovworld ) - ​​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ ​ເພື່ອ​ມຸ່ງ​ໄປ​​ສູ່​ພິທີສະ​ເຫຼີມສະ​ຫຼອງ 20 ປີແຫ່ງ​ວັນ​ສ້າງສາ​ຍພົວພັນຄູ່​ຮ່ວມ​ມືຄູ່​ເຈລະຈາ​ໃນ​ປີ 2012 ​ແລະ 10 ປີ​ແຫ່ງ​​ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ ອາ​ຊຽນ ​ແລະ ອີນ​ເດຍ ນັ້ນຢູ່​ນະຄອນຫຼວງ New Delhi ຂອງ​ ອີນ​ເດຍ ​ຫາ​ກໍ່​ຈັດ​ຕັ້ງ​ “ ການ​ເຈລະຈາ Delhi ອາ​ຊຽນ - ອີນ​ເດຍ ” ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້ວ່າ “ ສາຍ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ, ວັດ​ຖະນາ​ຖາວອນ ​ແລະ ໝັ້ນຄົງ ”. ​ແຈ້ງ​ການ​ໜັງສືພິມ​ໃນ​ວັນ​ທີ 14/2 ຂອງ​ຄະນະ​ເລຂາ ອາ​ຊຽນ ​ໃຫ້​ຮູ້​ວ່າ ສອງ​ຝ່າຍ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວ​ກັບ​​ແງ່​ຫວັງ ​ແລະ ການ​ທະ​ທາຍ​ຂອງ​ວິວັດ​ການ​ເຊື່ອມ​​ໂຍ​ງ​ດ້ານ​ເສດຖະກິດ, ບັນຫາ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ ແລະ ຍຸດ​ທະ​ສາດ​​ຮັບ​ມື, ​ໂຄງ​ປະກອບ​ຄວາມ​ສະຫງົບປອດ​ໄພ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ການສ້າງ​​ເຄືອຄ່າ​ຍພູມ​ບັນຍາ ​ແລະ ວິທະຍາສາດ. ຄວນ​ຍົກການພົວພັນຄູ່​ເຈ​ລະ​ຈາ​ ອາ​ຊຽນ - ອີນ​ເດີ​ຍ ​ຂື້ນ​ສູ່​ລະດັບ​ຍຸດ​ທະ​ສາດ​.

ຂ່າວ/ບົດ​ອື່ນ